ads

Mar 31, 2013

ວິທີການຕິດຕັ້ງແປ້ນພິມພາສາລາວ ໃຫ້ກັບອຸປະກອນ Android


ເມຶ່ອຫລາຍຄົນມີການຮຽກຮ້ອງ ແລະ ຕ້ອງການຄວາມຊ່ວຍເຫລຶອ ກ່ຽວກັບການຕິດຕັ້ງແປ້ນພິມ ພາສາ ລາວໃນ Android ທາງຜູ້ຂຽນເອງກໍ່ບໍ່ນັ່ງຢູ່ຫລ້າໆ ແລະ ເມຶ່ອມີໂອກາດກໍ່ໄດ້ມາຂຽນບົດ ຄວາມແນະນຳ ວິທີການຕິດຕັ້ງແປ້ນພິມພາສາລາວ ໃນອຸປະກອນ Android ຂອງທ່ານດ້ວຍຂັ້ນ ຕອນງ່າຍໆ ຈຳນວນ 4 ຂັ້ນຕອນ.
ແຕ່ກ່ອນອື່ນຕ້ອງຂໍບອກກ່ອນວ່າ Android ຂອງທ່ານຈະຕ້ອງຮອງຮັບການສະແດງຜົນພາສາລາວ ເຊິ່ງຫາກ ທ່ານກຳລັງໃຊ້ງານອຸປະກອນຕະກຸນ Galaxy ຢູ່ທ່ານສາມາດເຂົ້າໄປຕິດຕາມວິທີການຕິດ ຕັ້ງຟ້ອນພາສາ ລາວ ໃນອຸປະກອນຂອງທ່ານກ່ອນທີ່ http://www.souliyo.com/galaxy-laodroid ແຕ່ຫາກວ່າໂທລະສັບ ຂອງທ່ານເປັນລຸ້ນອື່ນ, ກໍ່ໃຫ້ທ່ານຫາວິທີການ Root ແລ້ວນຳຟ້ອນ ພາສາລາວ ໄປແທນໃສ່ໄດ້ແລ້ວຫລັງຈາກ ນັ້ນມາຕິດຕາມວິທີການຕິດຕັ້ງ ແປ້ນພິມພາສາລາວກັນ.

1. ໃຫ້ທ່ານກັບເຂົ້າໄປທີ່ Android Market ອີກເທຶ່ອຫນຶ່ງ, ເພຶ່ອເຮັດການດາວໂຫລດແປ້ນພິມໂດຍ ເຂົ້າໄປ ຄົ້ນຫາດ້ວຍຄຳວ່າ “Anysoftkeyboard” ທ່ານກໍ່ຈະເຫັນ Anysoftkeyboard ຂຶ້ນມາແລ້ວກໍ່ ໃຫ້ກົດເຂົ້າໄປ ແລ້ວເລືອກຕິດຕັ້ງດ້ວຍການກົດທີ່ Install.

2. ເມຶ່ອຕິດ Anysoftkeyboard ສຳເລັດຮຽບຮ້ອຍແລ້ວ ກໍ່ໃຫ້ທ່ານເຂົ້າໄປດາວໂຫລດແພັກທີ່ເປັນ ຄີບອດ ລາວອີກເທຶ່ອຫນຶ່ງໂດຍການພິມຄຳຄົ້ນວ່າ “Anysoftkeyboard lao” ຫລັງຈາກນັ້ນທ່ານກໍ່ ຈະເຫັນແພັກພາ ສາລາວສຳລັບ Anysoftkeyboard ອອກມາ, ຫລັງຈາກນັ້ນກໍ່ກົດເຂົ້າໄປແລ້ວເຮັດ ການດາວໂຫລດພ້ອມຕິດ ຕັ້ງໃຫ້ຮຽບຮ້ອຍ.
3. ເມຶ່ອຕິດຕັ້ງ Anysoftkeyboard ແລະແພັກພາສາລາວລົງໄປແລ້ວ, ຕໍ່ມາກໍ່ເປັນຂັ້ນຕອນຂອງການ ຕັ້ງຄ່າ ການເປີດໃຊ້ງານ, ເຊິ່ງທ່ານຜູ່ອ່ານສາມາດເຂົ້າໄປທີເມນູ Settings ແລ້ວກໍ່ເລືອນໄປກົດທີ່ Locale and Text ຫລັງຈາກນັ້ນໃຫ້ເລືອນໄປທີ່ AnySoftKeyboard ແລ້ວໃຫ້ເພີ່ມເອົາ AnySoftKeyboard ໂດຍການ check ເລືອກເອົາ, ເພຶ່ອເປີດໃຊ້ງານແລ້ວກໍ່ກົດ OK

(ຕົວຢ່າງສັງເກດໄດ້ຈາກຮູບລຸ່ມນີ້).



4. ເມຶ່ອເປິດໃຊ້ງານ AnySoftKeyboard ແລ້ວ, ເພຶ່ອໃຫ້ແນ່ໃນວ່າທ່ານມີແພັກພາສາລາວໃນ AnySoftKeyboard ກໍ່ໃຫ້ເຂົ້າໄປທີ່ AnySoftKeyboard ສ່ວນທີ່ເປັນ Settings ແລ້ວກໍ່ເລືອນ ລົງໄປເລືອກ ເອົາໃນສ່ວນຂອງ Keyboards ແລະເມຶ່ອເຂົ້າມາແລ້ວ, ໃຫ້ທ່ານເລືອກໃສ່ເຄື່ອງຫມາຍ ຖືກທີ່ຢູ່ທາງດ້ານຂວາ ຂອງຄຳວ່າ Lao, ແຕ່ຫາກວ່າທ່ານ ເຫັນຄຳວ່າ Lao ມີເຄື່ອງຫມາຍຖືກເປັນສີ ຂຽວແລ້ວກໍ່ສະແດງວ່າ AnySoftKeyboard ຂອງທ່ານໄດ້ເປີດໃຊ້ແພັກ ພາສາລາວເປັນທີ່ຮຽບ ຮ້ອຍແລ້ວ.


ພຽງເທົ່ານີ້ກໍ່ຖືວ່າສິ້ນສຸດການຕິດຕັ້ງຟ້ອນພາສາລາວ ແລະ ແປ້ນພິມພາສາລາວແລ້ວ, ໃນເວລາໃຊ້ງານ ແລະ ຢາກໃຊ້ງານພາສາລາວກໍ່ພຽງແຕ່ໃຫ້ທ່ານກົດຄ້າງໄປທີ່ຟອມ ຫລື ຊ່ອງຕື່ມຂໍ້ມູນຈົນຂຶ້ນເມນູມາ ໃຫ້ເລືອກກໍ່ໃຫ້ ທ່ານເລືອກໄປທີ່ Input method ແລ້ວກໍ່ຈະມີລາຍຊື່ຄີບອດອອກມາໃຫ້ເລືອກ, ກໍ່ໃຫ້ ທ່ານເລືອກ AnysoftKeyboard ແລະພຽງເທົ່ານີ້ກໍ່ພິມພາສາລາວໄດ້ແລ້ວ.



ຂໍ້ມູນຈາກ: souliyo

COMMENT