ads

Mar 24, 2013

ຕິດຕັ້ງພາສາລາວໃຫ້ໂທລະສັບ ແລະ ແທັບເລັດ Galaxy ງ່າຍໆ ບໍ່ຕ້ອງ Root

ຂ່າວດີແລະຂ່າວໃຫຍ່ສຳຫລັບທ່ານຜູ້ອ່ານ ແລະ ຜູ້ໃຊ້ສະມາດໂຟນ ຫລື ແທັບເລັດຕະກຸນ Galaxy ຈາກ Samsung, ເພາະປະຈຸບັນທາງ SOULIYO Lab ໄດ້ສຳເລັດການຕິດຕັ້ງ ແລະ ເຮັດໃຫ້ອຸປະກອນ Galaxy Series ໃຫ້ສາມາດ ອ່ານພາສາລາວໄດ້ງ່າຍໆໂດຍຜູ້ໃຊ້ບໍ່ຈຳເປັນຕ້ອງ Root ຫລືໄປຕັ້ງຄ່າໃດໆກ່ອນການຕິດຕັ້ງ.

ຂໍພຽງແຕ່ທ່ານໃຊ້ໂທລະສັບມືຖື ຫລື ສະມາດໂຟນ Android ທີ່ມີຊື່ນຳຫນ້າດ້ວຍ Galaxy ເຊັ່ນ Galaxy Ace, Galaxy Cooper, Galaxy S (ທຸກຫລຸ້ນ) Galaxy Tab 7, Galaxy S II ແລະຫລຸ້ນອື່ນໆທີ່ເປັນ Galaxy Series.

ຂັ້ນຕອນການຕິດຕັ້ງກໍ່ງ່າຍໆ, ພຽງແຕ່ທ່ານເປີດໂທລະສັບຂຶ້ນມາແລ້ວເຂົ້າໄປທີ່ Android Marker ແລ້ວຄົ້ນຫາ ຄຳວ່າ: Laodroid ຫລື Galaxy LaoDroid ຫລື Souliyo ຫລ້າໆກໍ່ໄດ້, ຫລັງຈາກນັ້ນກໍ່ໃຫ້ເລືອກໄປທີ່ App ທີ່ຊື່ວ່າ Galaxy LaoDroid ຫລັງຈາກນັ້ນກໍ່ໃຫ້ເລີ່ມການດາວໂຫລດ ແລະ ຕິດຕັ້ງລົງໄປໃນອຸປະກອນ Galaxy ຂອງທ່ານ ໃຫ້ຮຽບຮ້ອຍ.

ເມຶ່ອທ່ານເຮັດການດາວໂຫລດ ແລະ ຕິດຕັ້ງສຳເລັດແລ້ວ, ໃຫ້ທ່ານເຂົ້າໄປທີ່ເມນູ Settings ໃນໂທລະສັບຫລືແທັບ ເລັດຂອງທ່ານ, ຫລັງຈາກນັ້ນກໍ່ເຂົ້າໄປທີ່ Display (ບາງລຸ້ນອາດຈະເປັນ Sound And Display), ເມຶ່ອເຂົ້າມາແລ້ວ ໃຫ້ເລືອກຫາຄຳວ່າ Font Style ແລ້ວກໍ່ກົດເຂົ້າໄປທີ່ Font Style ແລະເມຶ່ອກົດເຂົ້າໄປແລ້ວກໍ່ຈະມີລາຍຊື່ຟ່ອນ ຕ່າງໆໃຫ້ເລືອກ (ຫາກເຄີຍຕິດຕັ້ງຟ່ອນອື່ນມາກ່ອນ), ໃຫ້ທ່ານເລືອກໄປທີ່ຟ່ອນທີ່ຊື່ວ່າ LaoDroid ແລ້ວກໍ່ກົດ Yes ເພຶ່ອຍືນຍັນການເລືອກໃຊ້ຟ່ອນ.


ພຽງເທົ່ານີ້ໂທລະສັບ ຫລື ແທັບເລັດ Galaxy Series ຂອງທ່ານກໍ່ຈະສາມາດອ່ານພາສາລາວໄດ້ແລ້ວພ້ອມທັງສາ ມາດຕິດຕາມຂ່າວສານຈາກເວັບ SOULIYO.COM ໄດ້ຜ່ານ App ທີ່ຊື່ Pulse ໄດ້ອີກດ້ວຍ

(ລາຍລະອຽດຄິກທີ່ນີ້): ຫາກໃຊ້ແລ້ວໄດ້ຜົນດີ ຫລື ບໍ່ດີປະການໃດກໍ່ໄປຂຽນ Review ລົງ Market ໃຫ້ແດ່ເດີ່ເພຶ່ອ ຄົນຕໍ່ໄປ ຈະໄດ້ມາເຫັນຄວາມເຫັນ ແລະ ຈະໄດ້ດາວໂຫລດໄປລອງໃຊ້ຕາມໆກັນ.

ຫມາຍເຫດ: ສຳລັບ App ຫລືຟ່ອນພາສາລາວໂຕນີ້ (ລວມເຖິງ Defadroid, Laodroid Froyo, Phetsarath Droid ແລະ ຟ້ອນອື່ນໆທີ່ນຳຂຶ້ນ Android market ດ້ວຍ Souliyo.com) ແມ່ນຟຣີ ແລະ ບໍ່ມີການສະແຫວງຫາຜົນກຳໄລ, ຖ້າຫາກທ່ານຜູ້ອ່ານທ່ານໃດພົບເຫັນຮ້ານຄ້າ ຫລື ຮ້ານຂາຍອຸປະກອນໂທລະສັບຕ່າງໆ ນຳໄປໃຊ້ໃນເຊີງທຸລະ ກິດ ຫລື ທ່ານຕ້ອງຈ່າຍເງິນເພື່ອທີ່ຈະລົງຟ່ອນນີ້, ກະລຸນາແຈ້ງທາງເວັບໃຫ້ຮັບຮູ້ດ້ວຍແຕ່ເຊຶ່ອວ່າຫລາຍໆທ່ານ ສາມາດເຮັດໄດ້ດ້ວຍຕົນເອງ ມີປັນຫາຫຍັງສະແດງຄວາມເຫັນທາງດ້ານລຸ່ມນີ້ໄດ້ເລີຍ.

(ຫາກເຮັດສຳເລັດແລ້ວກໍ່ຢ່າລືມກົດ Like ຫລືນຳໄປໂພສໃນ Facebook ຂອງທ່ານເພຶ່ອໃຫ້ຫມູ່ ຫລື ຄົນອື່ນໆ ສາມາດເຂົ້າເຖິງບົດຄວາມນີ້).

ສຳລັບວິທີການຕິດຕັ້ງແປ້ນພິມພາສາລາວ


ເຂົ້າໄປທີ່ເວບໄຊ້:  www.souliyo.com

Android 2.2 ທີ່ມີປັນຫາໂຕຫນັງສື່ຫ່າງບາງລຸ້ນນັ້ນ ສາມາດລອງດາວໂຫລດໂຕນິແທນເບິງເດີ່

ພາບຕົວຢ່າງ



ຂໍ້ມູນຈາກ: souliyo.com

COMMENT