ads

Jul 2, 2021

ວິທີການໃຊ້ terabox cloud service 1TB ຟຣີ ໂດຍບໍ່ຕ້ອງເສຍຄ່າລາຍເດືອນ

ວິທີໃຊ້ terabox ບໍລິການ cloud 1TB ຟຣີ ເປັນທາງເລືອກໃໝ່ໃນເວລາທີ Google Photos ຫຼືບໍລິ ການ Google Workspace ທີ່ຫຼັງຈາກນີ້ຈະເລີ່ມຄິດຄ່າບໍລິການພື້ນທີ່ໃຊ້ງານ ເຊິ່ງໃຫ້ພື້ນທີ່ຟຮີ 15GB ຈາກ Google ຈະເລີ່ມບໍ່ພຽງພໍ ແລະ ພື້ນທີ່ເຕັມໄວຂື້ນຢາກຝາກບໍລິການ cloud ດ້ວຍຂໍ້ມູນຫຼາຍໆຈະເຮັດແນວໃດ ບໍລິການ terabox ນີ້ຈະຊ່ວຍທ່ານໄດ້ເພາະທ່ານຈະ ໄດ້ພື້ນທີ່ສູງສຸດເຖິງ 1TB (ຄິດເປັນ 1024 GB) ໂດຍບໍ່ຕ້ອງເສຍເງິນ.

ວິທີໃຊ້ terabox ບໍລິການ cloud 1TB ຟຣີ


ດາວໂຫລດແອບໄດ້ທີ່ Terabox ຢູ່ App Store ສຳລັບ iOS ຫຼື Play Store ສຳລັບ Android ໂດຍລາຍລະອຽດການດາວໂຫລດເຂົ້າໄປທີ່: www.terabox.com


ເມື່ອເປີດແອບ Terabox ໃຫ້ທຳການສະໝັກສະມາຊິກ Terabox ໂດຍໃຊ້ບັນຊີ Google , facebook , apple ຫຼືຈະສະໝັກດ້ວຍເບີໂທລະສັບ ແລະ ອີເມວອື່ນກໍ່ໄດ້


ເມື່ອທຳການເຂົ້າສູ່ລະບົບແລ້ວ ທ່ານສາມາດທີ່ຈະເປີດສຳຮອງຂໍ້ມູນໂດຍອັດຕະໂນມັດ ເພື່ອຍ້າຍພາບໃນໂທລະສັບມືຖືທັງໝົດລົງໃນ Terabox ໄດ້ທັນທີ ຫຼື ຈະບໍ່ເປີດກໍ່ໄດ້


ນີ້ແມ່ນໜ້າຕາຂອງແອບ Terabox ໜ້າແລກຮູບແບບຈະຄືກັບແອບ OneDrive ຫຼື Google Drive


ຖ້າເບິ່ງທີ່ລາຍການເມນູຂອງ Terabox ຈະເຫັນສ່ວນນີ້ເລີຍພື້ນທີ່ວ່າງ 1TB


ຖ້າເສຍເງິນເພີ່ມຈະໄດ້ພື້ນທີ່ເພີ່ມອີກ 1 ເທົ່າເປັນ 2TB ພ້ອມເພີ່ມຄວາມໄວຂອງວີດີໂອ ຄວາມຄົມຊັດຂອງວີດີໂອ ແລະ ອື່ນໆອີກຫຼາຍຢ່າງ ລາຍເດືອນຄິດຄ່າບໍລິການ 119 ບາດຕໍ່ ເດືອນ ຫຼືຈະເລືອກແບບລາຍປີທີ່ 1,200 ບາດ


ສຳລັບຜູ້ໃຊ້ຄອມ ກໍ່ມີແບບເວັບໄຊ້ນຳທີ່ www.terabox.com ແລ້ວ login ດ້ວຍຊື່ຜູ້ໃຊ້ງານ ກໍ່ສາມາດຝາກໄຟລ໌ຮູບ ໄຟລ໌ເອກະສານ ໄຟລ໌ວີດີໂອໄດ້ ແລະ ທີ່ສຳຄັນສາມາດແຊໄປຍັງໝູ່ເພື່ອນຂອງທ່ານໄດ້ນຳຄືກັບບໍລິການ cloud ອື່ນໆ ຖືວ່າເປັນທາງເລືອກທີ່ຊ່ວຍໃຫ້ເຮົາປະຢັດ ຄ່າໃຊ້ຈ່າຍ.

No comments

Post a Comment