ads

Mar 17, 2013

Samsung ເປີດໂຕ Samsung Galaxy S4


ມື້ນີ້ 15 ເດືອນມີນາປີ 2013 Samsung ໄດ້ຈັດງານ Unpacked 2013 ທີ່ເມືອງນິວຢອກປະເທດສະຫະລັດ ອາເມລິ ກາຕາມເວລາທ້ອງຖິ່ນຢູ່ທີ່ນັ້ນແມ່ນ 19:00 ຂອງວັນທີ 14/03/2012 ກົງກັບເວລາບ້ານເຮົາແມ່ນ 6:00 ເຊົ້າຂອງ ວັນທີ 15/03/2013. Samsung ເພິ່ນ ໄດ້ເປີດໂຕໂທລະສັບລຸ້ນໃໝ່ທີ່ຄົນ ທົ່ວໂລກຈັບຕາກັນນັ້ນກໍຄື: Samsung Galaxy S4 ຖືວ່າເປັນມືຖືທີ່ດີທີ່ສຸດໃນ ຕະຫຼາດໃນຕອນ ນີ້ເລີຍກໍວ່າໄດ້ໃນຕະກູນໂທລະສັບ smartphone ໃຊ້ລະ ບົບປະຕິບັດການ Android.

ສະເປັດຂອງໂທລະສັບ Samsung Galaxy S4 ມີດັ່ງນີ້:

  • ໃຊ້ລະບົບປະຕິບັດການ Android 4.2.2.
  • ໜ້າຈໍ Full HD Super AMOLED ເປັນລຸ້ນທຳອິດໃນໂລກທີ່ໃຊ້ເທັກໂນໂລຢີນີ້ ມີຂະໜາດໜ້າຈໍແມ່ນ 5 ນິ້ວ, ຄວາມລະອຽດໜ້າຈໍແມ່ນ 1920×1080, ຄວາມລະອຽດພິກເຊວຕໍ່ນິ້ວຢູ່ທີ່ 441pi ສູງກວ່າມືຖືທຸກລຸ້ນໃນ ຕອນນີ້, ໃຊ້ກະຈົກ Corning Gorilla Glass 3.
  • ໃຊ້ CPU ຍັງບໍ່ແນ່ນອນເທື່ອອາດຈະໃຊ້ Samsung Exynos 5 ຫຼື Qualcomm Snapdragon S4 Pro ຂື້ນນຳ ການຕະຫຼາດຂອງທາງ Samsung.
  • RAM 2GB
  • ກ້ອງຫຼັງມີຄວາມລະອຽດເຖິງ 13 ລ້ານພິກເຊວມາພ້ອມກັບ flash ແລະ ຖ່າຍແບບ Zero Shutter Lag, ກ້ອງ ໜ້າ 2 ລ້ານພິກເຊວ ຖ່າຍວິດີໂອຄວາມລະອຽດ Full HD ທີ່ 30 fps.
  • ເຊື່ອມຕໍ່ຂໍ້ມູນໄຮ້ສາຍດ້ວຍ Bluetooth 4.0(LE), WiFi, GPS, IR LED(Remote Control) ແລະ ເທັກໂນໂລຢີ NFC.
  • ຄວາມຈຳພາຍໃນໂຕແມ່ນ 16GB, 32GB, 64GB ສາມາດຮອງຮັບຄວາມຈຳພາຍນອກຜ່ານຊ່ອງ microSD ໄດ້ສູງສຸດ 64GB.
  • ຂະໜາດໂຕເຄື່ອງ 136.6 x 69.8 mm ບາງພຽງ 7.9 mm
  • ນ້ຳໜັກໂຕເຄື່ອງແມ່ນ 130 g
  • ຂະໜາດແບັດເຕີຣີ 2600 mAh
  • ລາຄາຍັງບໍ່ບອກເທື່ອ, ວາງຂາຍເດືອນເມສາ.  
ພາບລວມແລ້ວການອອກແບບໂຕເຄື່ອງແມ່ນຄືກັບໂຕເກົ່າຄື Galaxy S3 ມີພຽງແຕ່ການປ່ຽນແປງເລັກນ້ອຍຄື: ຂະໜາດໜ້າຈໍຄວາມລະອຽດຂອງໜ້າຈໍ, ຄວາມຄົມຊັດຂອງໜ້າຈໍ, ກ້ອງດ້ານຫຼັງ, ໃຊ້ CPU 8 ແກນລຸ້ນທຳອິດ ຂອງໂລກ, ເທື່ອນີ້ມາພ້ອມກັບສະໂລແກນໃໝ່ແມ່ນ “A Life Companion for a Richer, Simpler and Fuller Life”

ໃນລຸ້ນນີ້ເພິ່ນໄດ້ເພີ່ມລູກຫຼິ້ນໃໝ່ທີ່ເພີ່ມເຂົ້າມາຫຼາກຫຼາຍກັນເລີຍເຊັ່ນ:

  • Dual Camera ທ່ານສາມາດຖ່າຍວີດີໂອທັງກ້ອງຫລັງ ແລະ ກ້ອງຫນ້າໄດ້ໃນເວລາດຽວກັນ.
  • S Translator ທ່ານສາມາດແປພາສາໄດ້ໂດຍກົງຈາກຂໍ້ຄວາມ ແລະ E-mail.
  • Samsung WatchON ທ່ານສາມາດໃຊ້ Samsung Galaxy S 4 ເປັນຣີໂໝດຄວບຄຸມເຊັ່ນ: ເປັນຣີໂໝດຄວບ ຄຸມໂທລະພາບ, ເຄື່ອງຫລິ້ນວີດີໂອ, ຄວບຄຸມແອ ແລະ ອື່ນໆທີ່ຮອງຮັບໄດ້.
  • Air Gestures ທ່ານສາມາດສາມາດເລື່ອນຮູບ, ໜ້າເວັບຜ່ານການແກ່ວງມືຂອງທ່ານ ແຕ່ຂວາຫາຊ້າຍຜ່ານ ໜ້າຈໍໂດຍບໍ່ຈຳເປັນຕ້ອງໄປສຳຜັດໜ້າຈໍເລີຍ.
  • S Health ໃນລຸ້ນນີ້ເພິ່ນໄດ້ເພີ່ມເຊັນເຊີໃໝ່ ເຂົ້າມາຕື່ມເປັນເຊັນເຊີວັດອຸນຫະພູມ, ຄວາມຊື້ນ, ຄວາມກົດ ອາກາດຊຶ່ງໃຊ້ເຂົ້າໃນ feature ດັ່ງກ່າວເປັນ feature ຮັກສາສຸຂະພາບ ແລະ ກວດກາສິ່ງຕ່າງໆຂອງທ່ານ ເຊັ່ນ: ອຸນຫະພູມຂອງທ່ານ, ທ່ານສາມາດວັດການເສຍ calorie ເປັນຕົ້ນ.