ads

Mar 3, 2013

ວິທີລົງແປ້ນພິມພາສາລາວໃນ NOKIA

STEP 1


ການລົງຟ້ອນລາວເພື່ອໃຫ້ອ່ານພາສາລາວໄດ້ໃນໂທລະສັບ NOKIA


1. ປິດເຄື່ອງແລ້ວຖອດ Memory card ອອກມາຕໍ່ກັບຄອມຜ່ານ Card Reader
2. ຈາກນັ້ນໃຫ້ຄລິກເຂົ້າໄປທີ່ Memory card ແລ້ວຊອກຫາໂຟລ໌ເດີ resource

(ຕົວຢ່າງ: E:\resource\Fonts).

 

3. ນຳ​ເອົາ Memory card ກັບ​ໄປ​ໄວ້​ໃນ​ມື​ຖື​ແລ້ວ​ເປີດ​​ເຄື່ອງ​ຂື້ນ​ມາ​ ພຽງ​ເທົ່າ​ນີ້ໂທລະສັບຂອງ​ທ່ານ​ກໍ່​ຈະ​ອ່ານ​ພາສາ​ລາວ​ໄດ້​ແລ້ວ.

ທົດສອບການອ່ານ 

ທົດສອບອ່ານພາສາລາວ

STEP 2


ການແຮກ Hack:

1.  ກ່ອນອື່ນໃຫ້ copy ໂຟລເດີ Hack ໄປໄວ້ໃນໂທລະສັບຂອງທ່ານ
2.  ຈາກນັ້ນໃຫ້ຕິດຕັ້ງໂປຣແກຣມ NortonSymbianHackLDD.sisx ລົງໂທລະສັບຂອງທ່ານ
3.  ເຂົ້າໂປຣແກຣມ Norton
 

4.  ກົດ Options -> ເລືອກ Anti-Virus -> ເລືອກ Quarantine list

 

5.  ຫລັງຈາກນັ້ນກົດ options -> restore ຫລື (restore all) ແລ້ວກົດ yes


6.  ຫລັງຈາກແລ້ວຂັ້ນຕອນທີ່ 5 ຫາກທ່ານບໍ່ຕ້ອງການໃຊ້ (Norton) ທ່ານສາມາດລົບອອກໄດ້ຈາກ App manager
7.  ຕິດຕັ້ງໂປຣແກຣມ "RomPatcherPlus_3.1_LiteVersion.sisx"
8.  ເຂົ້າໂປຣແກຣມ RomPatcher -> ກົດ Options -> Add to Auto (ທັງສອງອັນ) -> ກົດ Options ອີກຄັ້ງ -> ເລືອກ All Patches -> ເລືອກ Apply -> ອອກໂປຣແກຣມ


9.   ຕິດຕັ້ງໂປຣແກຣມ “x-plore.sisx”
10. ເຂົ້າໂປຣແກຣມ X-plore -> ກົດ OK -> ກົດ Menu -> ເລືອກ Tools -> ເລືອກ Configuation ແລ້ວຫລັງຈາກ ນັ້ນໃຫ້ຫມາຍເອົາຕາມຮູບລຸ່ມນີ້: ເພື່ອເຮັດໃຫ້ເຫັນໄຟລ ແລະ ໂຟລເດີທີ່ຖືກເຊື່ອງເມື່ອແລ້ວໆໃຫ້ກົດ Back


11. Copy ເອົາໄຟລ “installserver.exe” ໄປໃສ່ໃນຊ່ອງ C:\sys\bin\installserver.exe ຫລັງຈາກນັ້ນລົບໂຟລເດີ shared ອອກ, ມາຮອດຫນີ້ກໍ່ຖືວ່າສຳເລັດການ Hack ແລ້ວ

 

STEP 3


ການຕິດຕັ້ງແລະນຳໃຊ້ໂປຣແກຣມ DayHand Input


1.  ຖ້າໂທລະສັບຂອງທ່ານຜ່ານການ Hack ແລ້ວແມ່ນສາມາດຕິດຕັ້ງໄດ້ເລີຍ (ຖ້າຍັງ, ມັນຈະຟ້ອງວ່າໃບຮັບຮອງ ຜິດພາດ).
2.  ເຂົ້າໂປຣແກຣມ DayHand Input -> AknFEP -> ເລືອກເອົາໂຕທີ່ສອງເພື່ອນຳໃຊ້ຄລີບລອດລາວ.


3.  ອອກຈາກໂປຣແກຣມກໍ່ຖືວ່າສຳເລັດ (ຖ້າຢາກກັບໄປໃຊ້ຄລີບລອດທີ່ມາກັບຕົວເຄື່ອງຄືນແມ່ນໃຫ້ປ່ຽນເປັນ AknFEP).

ທົດສອບການພິມ:



(ໃນກໍລະນີພິມພາສາອັງກິດ ແລ້ວມີການສະກົດຄຳຂື້ນມາ ເຮັດໃຫ້ເກີດຄວາມລຳຄານມີວິທີປິດດັ່ງນີ້)

ຕົວຢ່າງວີດີໂອຄລິບ



COMMENT