ads

Mar 2, 2013

ປ່ຽນມາໃຊ້ WhatsApp-WeChat ໃນຄອມພິວເຕີ


- ລອງປ່ຽນມາໃຊ້ whatsapp wechat ໃນຄອມພິວເຕີກັນລອງໃຊ້ແລ້ວເຫັນວ່າມັນພິມໄວກ່ວາໃນໂທລະ ສັບອີກ, ແຕ່ຄວາມລື່ນໄຫລອາດຈະບໍ່ເທົ່າກັບໃນໂທລະສັບ ເພາະວ່າມັນກິນແຣມໜ້ອຍໜຶ່ງຖ້າເຄື່ອງ ແຮງໆໃຊ້ງານໄດ້ ດີເລີຍກ່ອນອື່ນຕ້ອງລົງໂປຣແກຣມ BlueStacks App Player ເຊິ່ງໂປຣແກຣມນີ້ ຈະເຮັດໜ້າທີ່ແທນ Android ໃນ ເຄື່ອງຄອມພິວເຕີ ສາມາດດາວໂຫລດໄດ້ຈາກທີ່ນີ້ ມີຂະຫນາດ 103MB ພໍລົງຮຽບຮ້ອຍຈະໄດ້ ແບບນີ້:

- ຈາກນັ້ນກໍ່ເຂົ້າທີ່ My App > App Search ແລ້ວພິມ App ທີ່ຕ້ອງການໃສ່ໃນຊ່ອງເຊັ່ນຈະເອົາ WhatsApp ກໍ່ພິມ WhatsApp ໃສ່ຈະເອົາ WeChat ກໍ່ພິມ WeChat ແລ້ວກໍ່ຕິດຕັ້ງຈົນຈົບ (ຕາມຮູບ)

 

ເຊິ່ງໃນຂັ້ນຕອນນັ້ນຈະໄດ້ເລືອກປະເທດແລ້ວໃສ່ເບີໂທເຂົ້າໄປຄືກັບສະໝັກໃນໂທລະສັບຈາກນັ້ນກົດ Agree and Continue ແລ້ວໄປຕາມສະເຕັບຈະໄດ້ດັ່ງຮູບ (ຂັ້ນຕອນນີ້ຖ້າປະມານ 5 ນາທີ ໃນລະຫວ່າງ ນັ້ນທາງທີມງານຈະ ສົ່ງລະຫັດຍືນຍັນໃຫ້ທາງໂທລະສັບ)


ພໍຕິດຕັ້ງຈົບໃສ່ລະຫັດຍືນຍັນທີ່ໄດ້ມາກໍ່ພ້ອມໃຊ້ງານໄດ້ທັນທີ


ລອງໃຊ້ເບິ່ງເຜື່ອວ່າຢາກລອງປ່ຽນບັນຍາກາດ.