ads

May 1, 2013

Apple ID ແມ່ນຫຍັງ? ເປັນຫຍັງເຮົາບໍ່ຄວນໃຊ້ຮ່ວມກັບຄົນອື່ນ?

ປັນຫາ Apple ID ເປັນປັນຫາຫນຶ່ງທີ່ເປັນປັນຫາໂລກແຕກຂອງຜູໃຊ້ອຸປະກອນ iOS ເຊັ່ນ iPhone, iPod ແລະ iPad ໃນບ້ານເຮົາ. ເນື່ອງຈາກຫລາຍຄົນທີ່ຍັງບໍ່ຮູ້ຈັກວ່າ Apple ID ແມ່ນຫຍັງ? ເປັນຫຍັງເຮົາຈຶ່ງຕ້ອງການມັນ, ມັນມີຄວາມຈຳເປັນຫຍັງ ແລະ ບາງຄົນຍັງບໍ່ຮູ້ໂຕຊ້ຳວ່າກຳລັງໃຊ້ງານ Apple ID ຂອງຄົນອື່ນ ຫລື ຂອງຮ້ານທີ່ ຕົນເອງນຳເອົາອຸປະກອນໄປຕິດຕັ້ງແອັບ ແລະ ເກມນອກນັ້ນບາງຄົນຍັງໃຊ້ Apple ID ຂອງທາງຮ້ານທີ່ຕົນເອງຊື້ ອຸປະກອນນຳ.

ຫລາຍຄົນອາດຈະຄິດບໍ່ເຖິງວ່າ Apple ID ມີຄວາມສຳຄັນ ແລະ ຄວາມຈຳເປັນຫລາຍ ໃນການໃຊ້ງານອຸປະກອນ ຂອງ Apple ດັ່ງນັ້ນໃຫ້ທ່ານສະຫລະເວລາເລັກຫນ້ອຍເພື່ອອ່ານ ແລະ ສຶກສາກ່ຽວກັບມັນວ່າ Apple ID ແມ່ນ ຫຍັງ ແລະ ເປັນຫຍັງເຮົາບໍ່ຄວນໃຊ້ຮ່ວມກັບຄົນອື່ນ? ແລ້ວທ່ານຈະບໍ່ເສຍໃຈກັບເວລາທີ່ເສຍໄປ.

ເລີ່ມກັນທີ່ Apple ID ແມ່ນຫຍັງ? ສຳລັບຫລາຍຄົນທີ່ບໍ່ຮູ້ຈັກ ຫລື ກຳລັງສົງໄສຢູ່ Apple ID ແມ່ນຊື່ ຫລື ບັນຊີສຳ ລັບໃຊ້ເຄື່ອນໄຫວຕ່າງໆເຊັ່ນ: ການດາວໂຫລດ, ການຊື້, ການເກັບຂໍ້ມູນເບີໂທ ແລະ ອື່ນໆ ຂອງອຸປະກອນ Apple ID ຖືວ່າສຳຄັນຫລາຍ, ເພາະຫາກບໍ່ມີມັນ ທ່ານຈະບໍ່ສາມາດດາວໂຫລດແອັບ, ເພງ, ຮູບເງົາ ແລະ ຊື້ຄອນເທັ້ນ ພວກນີ້ໄດ້ ສະນັ້ນມັນຈຶ່ງສຳຄັນຫລາຍທີ່ຜູ້ໃຊ້ທຸກຄົນຕ້ອງມີໄວ້ເປັນສິ່ງທຳອິດ.

ຕາມຈຸດປະສົງຂອງການໃຊ້ງານຂອງ Apple ID ເຮົາສາມາດເຫັນໄດ້ວ່າມັນມີຄວາມຈຳເປັນຫລາຍ ເຊິ່ງນອກຈາກ ຄວາມຈຳເປັນແລ້ວ ມັນຍັງເປັນບ່ອນທີ່ບັນທຶກຂໍ້ມູນສ່ວນຕົວຂອງເຮົາຫລາຍຢ່າງ Apple ID ສາມາດໃຊ້ໃນການ ຈັບພິກັດ iPhone, iPod ແລະ iPad ໄດ້. ນອກນັ້ນມັນຍັງເປັນບ່ອນທີ່ບັນທຶກ ແລະ ສຳຮອງຂໍ້ມູນຕ່າງໆຂອງອຸປະ ກອນຂອງຜູ້ໃຊ້ນຳອີກດ້ວຍ, ຂໍ້ມູນເຫລົ່ານັ້ນໄດ້ແກ່ ລາຍຊື່ເບີໂທລະສັບ,​ ຂໍ້ຄວາມ, ຮູບພາບ, ຕາຕາລາງນັດຫມາຍ, ບັນທຶກທີ່ຂຽນໃນ Note ລວມເຖິງຂໍ້ມູນການເຂົ້າຊົມເວັບໄຊຕ໌ ແລະ ການຕັ້ງຄ່າຂອງຕົວເຄື່ອງອີກດ້ວຍ ຫລື ຈະ ເວົ້າອີກຢ່າງຫນຶ່ງກໍ່ຄື ມັນເປັນບັນຊີທີ່ເກັບກັບຂໍ້ມູນເກືອບທຸກຢ່າງທີ່ມີຢູ່ໃນອຸປະກອນ ເພາະບັນຊີດັ່ງກ່າວນັ້ນໄດ້ ເຊື່ອມໂຍງກັບບໍລິການ iCloud ແລະ Apple ເອງກໍ່ອອກແບບໃຫ້ມັນເຮັດວຽກ ແລະ ເຊື່ອມໂຍງກັບບໍລິການດັ່ງ ກ່າວໄດ້ດີ. ສະນັ້ນແລ້ວເຮົາບໍ່ຄວນທີ່ຈະໃຊ້ບັນຊີຮ່ວມກັບຄົນອື່ນໂດຍເດັດຂາດ (ໂດຍສະເພາະຄົນທີ່ບໍ່ສະຫນິດ ຫລື ບໍ່ຮູ້ຈັກເຊັ່ນວ່າຮ້ານຮັບດາວໂຫລດ) ເພື່ອປົກປ້ອງຄວາມເປັນສ່ວນຕົວຂອງເຮົາເອງ.

ຫາກໃຊ້ Apple ID ຮ່ວມກັບຄົນອື່ນຈະເກີດຫຍັງຂຶ້ນ? ຫາກຜູ້ກ່ຽວບໍ່ສົນໃຈເຖິງເລື່ອງຕ່າງໆທາງຂ້າງເທິງນັ້ນ ກໍ່ຖືວ່າບໍ່ຕ້ອງໄປສົນໃຈຫຍັງ. ແຕ່ສິ່ງທີ່ເຈົ້າຂອງບັນຊີທີ່ແທ້ຈິງສາມາດເຮັດໄດ້ນັ້ນມີຫລາຍຢ່າງ ຕັ້ງແຕ່ລົບກວນ, ຕິດຕາມ, ລັກຂໍ້ມູນ ແລະ ອື່ນໆຂຶ້ນກັບແຕ່ລະກໍລະນີ.

ຂ້າງລຸ່ມນີ້ເປັນຕົວຢ່າງສະຖານະການທີ່ອາດຈະເກີດຂຶ້ນໄດ້:

- ເຈົ້າຂອງບັນຊີທີ່ແທ້ຈິງ ທີ່ມີລະຫັດຂອງ Apple ID ສາມາດສັ່ງງານໃຫ້ອຸປະກອນຕ່າງໆສົ່ງສຽງດັງອອກມາໄດ້ ໂດຍຜ່ານແອັບ Find My iPhone
- ເຈົ້າຂອງບັນຊີທີ່ແທ້ຈິງສາມາດສັ່ງລັອກອຸປະກອນຕ່າງໆໄດ້ ໂດຍຜ່ານແອັບຯ Find My iPhone
- ເຈົ້າຂອງບັນຊີທີ່ແທ້ຈິງ ສາມາດສັ່ງລຶບຂໍ້ມູນທຸກຢ່າງໃນອຸປະກອນຕ່າງໆໄດ້ ໂດຍຜ່ານແອັບ Find My iPhone
- ເຈົ້າຂອງບັນຊີທີ່ແທ້ຈິງສາມາດເຂົ້າເບິງຮູບພາບຈາກອຸປະກອນຕ່າງໆໄດ້ ໂດຍຜ່ານ Photo Stream (ຫາກມັນ ຖືກເປີດຢູ່)
- ເຈົ້າຂອງບັນຊີທີ່ແທ້ຈິງສາມາດເຂົ້າເບິ່ງຂໍ້ມູນລາຍຊື່ຜູ້ຕິດຕໍ່ ຫລື ເບີໂທລະສັບທີ່ບັນທຶກໄວ້ໃນຕົວເຄື່ອງໄດ້ ແລະ ຍັງມີຫລາຍຢ່າງທີ່ເຈົ້າຂອງບັນຊີສາມາດເຮັດໄດ້ ເຊິ່ງຂຶ້ນກັບແຕ່ລະກໍລະນີ ແລະ ການຕັ້ງຄ່າຂອງແຕ່ລະອຸປະ ກອນນັ້ນໆ. ແຕ່ສິ່ງທີ່ຫນ້າສົນໃຈຄື Apple ໄດ້ເພີ່ມຄວາມສາມາດໃຫມ່ເຂົ້າໄປໃນອຸປະກອນ iOS7 ທຸກໂຕເຊິ່ງມັນ ມີຊື່ວ່າ Find My iPhone Activation Lock ຄວາມສາມາດນີ້ແມ່ນເປັນປະເດັນຫລັກໆທີ່ນຳມາເວົ້າໃຫ້ຟັງເຖິງຄວາມ ສາມາດຂອງມັນ.


Find My iPhone Activation Lock ຈະເຮັດໜ້າທີ່ລັອກຕົວເຄື່ອງຢ່າງຖາວອນ ແລະ ບໍ່ສາມາດນຳອຸປະກອນເຄື່ອງ ນັ້ນກັບມາໃຊ້ໄດ້ອີກ ຈົນກວ່າຜູ້ກ່ຽວຈະມີ Apple ID ແລະ ລະຫັດຜ່ານຂອງບັນຊີທີ່ໃຊ້ໃນການລັອກອຸປະກອນ ນັ້ນໆ. ໃນອີກຄວາມໝາຍໜຶ່ງກໍ່ຄື ຫາກເຈົ້າຂອງບັນຊີທີ່ແທ້ຈິງໄດ້ສັ່ງໃຫ້ລັອກ iPhone ຫຼືອຸປະກອນອື່ນໆຂອງ ທ່ານ ທ່ານຈະບໍ່ສາມາດນຳມັນກັບມາໃຊ້ໄດ້ອີກ ຈົນກວ່າທ່ານຈະຮູ້ລະຫັດຜ່ານຂອງບັນຊີດັ່ງກ່າວນັ້ນ.

ທ່ານຈະບໍ່ສາມາດ Reset ຕົວເຄື່ອງ ຫຼືກະທຳການໃດໆໄດ້. ສິ່ງດຽວໃນການແກ້ບັນຫານີ້ ກໍ່ຄືຕ້ອງຫາຕົວເຈົ້າຂອງ ບັນຊີທີ່ແທ້ຈິງໃຫ້ພົບ ແລະ ໃຫ້ຄົນນັ້ນແກ້ລັອກໃຫ້ເຊິ່ງບາງທີອາດຈະເປັນທາງຮ້ານທີ່ທ່ານໂຫລດແອັບ ຫລື ບຸກຄົນ ສວາຍໂອກາດອື່ນໆກໍ່ເປັນໄດ້.


ນອກຈາກເລື່ອງຄວາມເປັນສ່ວນຕົວ ແລະຄວາມປອດໄພແລ້ວ ເລື່ອງເນື້ອຫາ ແລະ ຄວາມສະດວກສະບາຍຕ່າງໆ ກໍ່ເປັນອີກເລື່ອງໜຶ່ງທີ່ສຳຄັນ. ທ່ານຈະບໍ່ໄດ້ມີສິດໄດ້ຄອບຄອງແອັບ ຫລື ເກມທີ່ມີຢູ່ໃນອຸປະກອນຂອງທ່ານ. ເມື່ອ ທ່ານປ່ຽນ ຫລື ລ້າງເຄື່ອງຂອງທ່ານ ທ່ານຈະບໍ່ສາມາດກູ້ມັນຄືນກັບມາໄດ້ ນັ້ນໝາຍຄວາມວ່າທ່ານຕ້ອງເລີ່ມຕົ້ນ ໃຫມ່ກັບທຸກໆຢ່າງ. ແຕ່ໃນທາງກັບກັນ, ຫາກທ່ານມີ Apple ID ຂອງທ່ານເອງ, ທ່ານຈະສາມາດຊື້, ດາວໂຫລດ ແອັບ ແລະ ເກມ, ເພງຕ່າງໆໄດ້ດ້ວຍບັນຊີຂອງທ່ານນັ້ນໝາຍຄວາມວ່າ ທ່ານສາມາດດາວໂຫລດແອັບ ຫລື ເກມ ດັ່ງກາວອີກຈັກຄັ້ງກໍ່ໄດ້.

ໃນກໍລະນີທີ່ທ່ານໄດ້ເຊື່ອມຕໍ່ການສຳຮອງຂໍ້ມູນກັບ iCloud ທ່ານຈະບໍ່ຈຳເປັນຕ້ອງຕັ້ງຄ່າອຸປະກອນຂອງທ່ານອີກ ຄັ້ງໃນກໍລະນີທີ່ທ່ານປ່ຽນໄປໃຊ້ iPhone ຫນ່ວຍໃຫມ່. ທ່ານສາມາດດຶງເອົາຂໍ້ມູນຈາກເຄື່ອງເກົ່າເຂົ້າມາເຄື່ອງໃຫມ່ ໄດ້ ພຽງແຕ່ໃຊ້ Apple ID ຂອງທ່ານກັບເຄື່ອງໃຫມ່ທີ່ທ່ານຈະໃຊ້ງານ ພຽງເທົ່ານີ້ທ່ານກໍ່ຈະສາມາດດຶງເອົາຂໍ້ມູນ ຕ່າງໆລວມທັງເບີໂທຕິດຕໍ່ທີ່ບັນທຶກໄວ້ໃນເຄື່ອງເກົ່າໄດ້ອີກດ້ວຍ.


ກໍລະນີທີ່ທ່ານເຮັດໂທລະສັບເສຍ ຫຼື ລືມໄວ້ໃນບ່ອນໃດນຶ່ງ ຫາກທ່ານມີ Apple ID ຂອງທ່ານເອງ ທ່ານສາມາດໃຊ້ ມັນເພື່ອຊອກຫາ ແລະ ສັ່ງການໂທລະສັບຂອງທ່ານໃຫ້ລັອກ ຫລື ສົ່ງສຽງ, ລຶບຂໍ້ມູນທັງໝົດໃນ iPhone ເຄື່ອງນັ້ນ ໄດ້ໂດຍການນຳໃຊ້ Find My iPhone ໃນ iCloud ໂດຍຜ່ານໜ້າເວັບໄດ້. ນອກນັ້ນແລ້ວ ໂອກາດທີ່ຈະໄດ້ເຄື່ອງກັບ ມານັ້ນຖືວ່າສູງຂຶ້ນມາອີກ ເນື່ອງຈາກທ່ານສາມາດລັອກໂທລະສັບ ແລ້ວໃຫ້ມັນສະແດງຂໍ້ຄວາມ ພ້ອມກັບເບີໂທຕິດ ຕໍ່ກັບໄດ້ ເພາະແນ່ນອນຄົນທີ່ໄດ້ໂທລະສັບຂອງທ່ານໄປນັ້ນ ມີຄວາມເປັນໄປໄດ້ສູງທີ່ຈະເອົາມາສົ່ງຄືນທ່ານ (ດ້ວຍ ການຕອບແທນເລັກໜ້ອຍ) ເພາະເຖິງເຂົາຈະເອົາໄປ ກໍ່ນຳໄປໃຊ້ງານບໍ່ໄດ້ ແລະເຖິງຈະຂາຍຕໍ່ກໍ່ບໍ່ມີໃຜເອົາ.

ການສັງລວມກ່ຽວກັບ Apple ID ທີ່ຂ້າພະເຈົ້າພົບເຫັນມາຫລາຍສຸດກໍ່ມີເທົ່ານີ້ ສຳລັບໃຜທີ່ມີຄຳຖາມ ຫລື ຄວາມ ສົງໄສໃນຂໍ້ມູນຕ່າງໆກ່ຽວກັບ Apple ID ກໍ່ສາມາດຖາມໃນກ່ອງສະແດງຄວາມຄິດເຫັນທາງດ້ານລຸ່ມນີ້ໄດ້ເພາະ ຂໍ້ມູນກ່ຽວກັບ Apple ID ນັ້ນມີຫລາຍ, ເຊິ່ງຈະໃຫ້ເວົ້າກັນສອງມື້ກໍ່ບໍ່ໝົດ.

No comments

Post a Comment