ads

Oct 15, 2012

ເຮັດໃຫ້ Nokia 5800 xpressmusic ແລະອີກຫລາຍຫລຸ້ນ ອ່ານພາສາລາວໄດ້

ໃຜທີ່ມີບັນຫາກັບ NOKIA 5800 xpressmusic ທີ່ບໍ່ສາມາດອ່ານພາສາລາວໄດ້ມື້ນີເຮົາມີວິທີ ໃຫ້ທ່ານນຳໄປໃຊ້ ກັບ NOKIA 5800 xpressmusic ຂອງທ່ານໃຫ້ອ່ານພາສາລາວໄດ້ເເບບງ່າຍໆບໍ່ຕ້ອງເຮັດຫຍັງຫລາຍພຽງເເຕ່ ກ໊ອບປີ້ເເລ້ວວາງພຽງເທົ່ານີ້ NOKIA 5800 xpressmusic ຂອງທ່ານກໍ່ສາມາດອ່ານພາສາລາວໄດ້ເເລ້ວມາເບິ່ງວິ ທີ່ການເຮັດກັນເລີຍ.

ກ່ອນອື່ນກໍ່ດາວໂຫລດຟ່ອນກ່ອນ ດາວໂຫລດທີ່ນີ້: ຫລັງຈາກດາວໂຫລດມາເເລ້ວກໍ່ເເຕກໄຟລ໌ອອກ.
  1. ເເລ້ວຫລັງຈາກນັ້ນກໍ່ຕໍ່ສາຍ USB ຫລືຈະຖອດ Memory ອອກມາກໍ່ໄດ້ເເລ້ວຕໍ່ເຂົ້າກັບຄອມພິວເຕີ່ຂອງ ທ່ານ.
  2. ຫລັງຈາກນັ້ນກໍ່ໃຫ້ເຂົ້າໄປຫາ Memory ຂອງທ່ານເເລ້ວຊອກຫາ Folder ທີ່ຊື່ວ່າ resource ເເລ້ວກໍ່ເຂົ້າໄປ ຫາ Folder ທີ່ຊື່ວ່າ Fonts ຖ້າບໍ່ມີໃຫ້ສ້າງຂຶ້ນໃຫມ່ເເລ້ວໃສ່ຊື່ວ່າ Fonts.
  3. ຫລັງຈາກນັ້ນນັ້ນນຳຟອນທີ່ຢູ່ໃນ Folder “Font lao for 5800 xpressmusic” ທີ່ທ່ານໄດ້ດາວໂຫລດມານັ້ນ ໄປໃສ່ໃນ E:\ resource\ Fonts ໃນ Memory ຂອງທ່ານ.
  4. ຫລັງຈາກສຳເລັດເເລ້ວກໍຈັດການປິດເຄື່ອງເເລ້ວເປີດໃຫມ່ຫລັງຈາກນັ້ນກໍ່ລອງເຂົ້າເວັບ ຫລື ອັນໃດກໍ່ໄດ້ທີ່ ເປັນພາສາລາວ.
DOWNLOAD: font lao for Nokia 5800 xpressmusic
ຫລື ສຳຮອງທີ່ນີ້: http://www.mediafire.com/?1stxhnhll2ylhrw

ພຽງເທົ່ານີ້ທ່ານກໍ່ຈະສາມາດອ່ານພາສາລາວ ເເລະ ສາມາດອ່ານຂ່າວສານຈາກເວັບພວກເຮົາ ເເລະ ເວັບຂອງ ລາວອື່ນໆໄດ້ເເລ້ວຂອງໂທລະສັບລຸ້ນອື່ນໆເອົາໄວ້ມື້ຫນ້າສິມາບອກອີກໃຫ້ອີກ.

ຖ້າໃຜມີຂໍ້ຂ້ອງໃຈກໍ່ສາມາດສະເເດງຄວາມຄິດເຫັນຂ້າງລຸ່ມນີ້ໄດ້ເນາະ ເເລະ ຍັງມີຮູບມາໃຫ້ເບິງອີກດ້ວຍວ່າໄດ້ຜົນ ສ່ຳໃດ.

(ສຳລັບລຸ້ນອື່ນໆແມ່ນໃຫ້ເລືອກດາວໂຫລດຕາມລຸ້ນໂທລະສັບຂອງທ່ານຕາມລາຍການທ້າຍບົດຄວາມນີ້).

Update 1: ຕອນນີ້ສາມາດເຮັດໄດ້ແລ້ວໃນ Nokia C6 ໂດຍເຮັດວິທີດຽວກັນແຕ່ວ່າດາວໂຫລດໄຟລ໌ຈາກບ່ອນນີ້ ເພາະມັນເປັນຄົນລະໄຟລ໌ຕ້ອງການດາວໂຫລດຄລິກທີລິ້ງນີ້ເລີຍ:  Font Lao for Nokia C6

Update 2: (ທ່ານຫມາຍ) ພາສາລາວໃນ E72.

ດາວໂຫລດ: Opera mini ມາແລ້ວກໍພິມຄຳວ່າ about:config ຢູ່ບ່ອນ www (ລຶບ www ອອກເດີ) ແລ້ວກໍກົດ GO
ຫລັງຈາກນັ້ນມັນກໍຈະປະກົດຫນ້າຫນື່ງຂື້ນມາແລ້ວກໍເລື່ອນລົງໄປຈົນອັນສຸດທ້າຍໃຫ້ປ່ຽນເປັນ YES ແລ້ວກໍ SAVE ເປັນອັນວ່າຮຽບຮ້ອຍແລ້ວ.

ປ.ລ. ມັນອ່ານພາສາລາວໄດ້ແຕ່ພິມບໍ່ໄດ້ເດີສຳລັບ E72.

Source: http://bit.ly/ab2cwR

Update 3: ສຳຫລັບ Nokia 5530 xpressmusic ກໍ່ໄດ້ແລ້ວ.
ສາມາດດາວໂຫລດໄດ້ທີ່: Font Lao For Nokia 5530 ເລື່ອນລົງໄປກະທູ້ທີ່ 15 ຂອງ NiTaA


ສະຫລຸບຕອນນີ້ນອກຈາກ Nokia 5800 ແລ້ວຍັງມີຫລູ້ນອື່ນ ທີ່ສາມາເຮັດໄດ້ເຊັ່ນກັນ

ສຳລັບ Nokia N8 ດາວໂຫລດໄດ້ທີ່: Font Lao For Nokia N8
ສຳລັບ Nokia 5800 ດາວໂຫລດໄດ້ທີ່: http://www.mediafire.com/?1stxhnhll2ylhrw
ສຳລັບ Nokia C6 ດາວໂຫລດໄດ້ທີ່: Font Lao for Nokia C6
ສຳລັບ Nokia C6-01 ດາວໂຫລດໄດ້ທີ່: Font Lao For Nokia C6-01
ສຳລັບ Nokia C3 ດາວໂຫລດໄດ້ທີ່: Font Lao for Nokia C3
ສຳລັບ Nokia C5 ດາວໂຫລດໄດ້ທີ່: Font Lao For Nokia C5-03
ສຳລັບ Nokia C7-00 ດາວໂຫລດໄດ້ທີ່: Font Lao For Nokia C7-00
ສຳລັບ Nokia 5530 ດາວໂຫລດໄດ້ທີ່: Font Lao For Nokia 5530
ສຳລັບ Nokia 5230 ດາວໂຫລດໄດ້ທີ່: Font Lao For Nokia 5230
ສຳລັບ Nokia 5630 ດາວໂຫລດໄດ້ທີ່: Font Lao For Nokia 5630
ສຳລັບ Nokia 5250 ດາວໂຫລດໄດ້ທີ່: Font Lao for Nokia 5250
ສຳລັບ Nokia N78 ດາວໂຫລດໄດ້ທີ່: Font Lao For Nokia N78
ສຳລັບ Nokia N85 ດາວໂຫລດໄດ້ທີ່: Font Lao For Nokia N85
ສຳລັບ Nokia N86 ດາວໂຫລດໄດ້ທີ່: Font Lao For Nokia N86
ສຳລັບ Nokia N96 ດາວໂຫລດໄດ້ທີ່: Font Lao For Nokia N96
ສຳລັບ Nokia N97 ແລະ N97 mini ດາວໂຫລດໄດ້ທີ່: Font Lao For Nokia N97/ N97 Mini
ສຳລັບ Nokia E5 ດາວໂຫລດໄດ້ທີ່: Font Lao For Nokia E5
ສຳລັບ Nokia E52 ດາວໂຫລດໄດ້ທີ່: Font Lao For Nokia E52
ສຳລັບ Nokia 5233 ດາວໂຫລດໄດ້ທີ່: Font Lao For Nokia 5233
ສຳລັບ Nokia 5235 ດາວໂຫລດໄດ້ທີ່: Font Lao For Nokia 5235
ສຳລັບ Nokia 5250 ດາວໂຫລດໄດ້ທີ່: Font Lao For Nokia 5250
ສຳລັບ Nokia 5530 ດາວໂຫລດໄດ້ທີ່: Font Lao For Nokia 5530
ສຳລັບ Nokia E7-00 ດາວໂຫລດໄດ້ທີ່: Font Lao For Nokia E7-00
ສຳລັບ Nokia X6 ດາວໂຫລດໄດ້ທີ່: Font Lao For Nokia X6

ສຳລັບລຸ້ນອື່ນໆທີ່ຍັງບໍ່ໄດ້ນັ້ນສາມາດລາຍງານເຂົ້າມາແລ້ວຈະນຳມາໃຫ້ດາວໂຫລດໄປໃຊ້ກັນ

COMMENT