ads

Oct 1, 2012

ຄວາມເປັນມາຂອງ 3G

3G ແມ່ນເທັກໂນໂລຢີການສື່ສານລະບົບມືຖື 3G ເຊິ່ງເປັນລະບົບໂທລະສັບມືຖືທີ່ທັນສະໄຫມທີ່ສຸດໃນຍຸກປະຈຸບັນ ມາໃຫ້ບໍລິການເປັນຜູ້ທຳອິດ.

ເຮົາມາຮູ້ຈັກກັນກ່ອນວ່າລະບົບໂທລະສັບມືຖື ແມ່ນມີການພັດທະນາເທັກໂນໂລຢີ ຄືແນວໃດ ?

ລະບົບໂທລະສັບມືຖືເລີ່ມຕົ້ນຂື້ນໃນຍຸກທຳອິດທີ່ເອີ້ນວ່າ 1G ຫຍໍ້ມາຈາກ First Generation Mobile Phone ເປັນລະ ບົບ (Analog) ຮອງຮັບລະບົບສຽງ (Voice) ໂທອອກ-ຮັບສາຍແຕ່ຢ່າງດຽວເທົ່ານັ້ນ.

ລະບົບໂທລະສັບມືຖືໃນຍຸກຕໍ່ມາເອີ້ນວ່າ 2G ຫຍໍ້ມາຈາກ Second Generation Mobile Phone ເລີ່ມຍຸກ (Digital) ຮອງຮັບລະບົບການສົ່ງຂໍ້ມູນ (Non Voice) ໄດ້ສາມາດຮັບ-ສົ່ງລິງໂທນ (Ring Tone) ແລະພາບກລາບຟິກ (Graphic) ຂາວດຳໄດ້ແຕ່ຕ້ອງເປັນຂໍ້ມູນທີ່ເປັນຂະໜາດນ້ອຍເທົ່ານັ້ນ ແລະ ເມື່ອສົ່ງຂໍ້ມູນຈະແບ່ງຊ່ອງສັນຍານກັບ ລະບົບສຽງ.

ລະບົບໂທລະສັບມືຖືໃນຍຸກຕໍ່ມາເອີ້ນວ່າ 2.5G ຍຸກທີ່ໂທລະສັບມືຖືເຕີບໃຫຍ່ຂະຫຍາຍຕົວຫລາຍທີ່ສຸດເລີ່ມຕົ້ນ ລະບົບ GPRS (General Packet Radio Service) ເຮັດໜ້າທີ່ໂດຍການແປງຂໍ້ມູນເປັນຄື້ນວິທະຍຸຮອງຮັບລະບົບສົ່ງ ຂໍ້ມູນໄດ້ຫລາຍຂື້ນສົ່ງພາບສີ ແລະ ພາບເຄື່ອນໄຫວໄດ້ຂໍ້ຈຳກັດຄືເມື່ອ ສົ່ງຂໍ້ມູນຈະແບ່ງຊອ່ງສັນຍານກັບລະບົບ ສຽງເຮັດໃຫ້ຄວາມໄວ ແລະ ຄວາມຈຸຂໍ້ມູນບໍ່ຫລາຍການເຊື່ອມຕໍ່ໃຊ້ເວລາພໍສົມຄວນ.

ລະບົບໂທລະສັບມືຖືໃນຍຸກຕໍ່ມາເອີ້ນຢ່າງບໍ່ເປັນທາງການວ່າ 2.75G ພັດທະນາເພີ່ມເຕີ່ມຈາກ 2.5G GPRS ເປັນ ລະບົບ EDGE (Enhance Data Rate For Gobal Evolution) ໃຊ້ຂະຫຍາຍຊ່ອງສັນຍານເພີ່ມຄວາມໄວ ແລະ ຄວາມ ຈຸຂອງລະບົບສົ່ງຂໍ້ມູນຫລາຍຂື້ນສົ່ງພາບເຄື່ອນໄຫວໄດ້ດີເຮັດໃຫ້ຄວາມໄວ ແລະ ຄວາມຈຸຂໍ້ມູນໄດ້ຫລາຍກວ່າ 2.5G ແຕ່ກໍ່ຍັງມີຂໍ້ຈຳກັດຍັງໃຊ້ການແບ່ງຊ່ອງສັນຍານກັບລະບົບສຽງຢູ່.

No comments

Post a Comment