ads

Oct 18, 2012

Lenovo ເປີດໂຕແທັບເລັດ IdeaTab S20 10″ ມາພ້ອມ Android 4.0


ໃນງານ CES 2012 ທາງ Lenovo ກໍ່ບໍ່ນ້ອຍຫນ້າເປີດໂຕແທັບເລັດຫລຸ້ນປະສົມຂອງຕົນເອງທີ່ມີຊື່ຫລຸ້ນວ່າ Idea Tab S20 10″ ເຊິ່ງໃນ IdeaTab S20 10″ ຈະມີຫນ້າຕາຂະຫນາດ 10 ນິ້ວ ຕາມຊື່ຂອງຫລຸ້ນທີ່ມີຄວາມລະອຽດ 1,280 x 800 ແລະເປັນຈໍ LED-backlit IPS ແລະມີຄວາມບາງບໍ່ແພ້ Samsung Galaxy Tab 10.1 ຫລື Asus Transformer Prime ເລີຍໃນສ່ວນຂອງ CPU ຈະເປັນ Snapdragon Dual-core ຄວາມໄວ 1.5GHz ມີ Ram ຂະ ຫນາດ 1GB ຮອງຮັບ 3G ພ້ອມກັບຮອງຮັບການໂທເຂົ້າ-ໂທອອກດ້ວຍຫນ່ວຍຄວາມຈຳໃນເຄື່ອງ 64GB ສາ ມາດໃຊ້ງານຕໍ່ເນື່ອງໄດ້ເຖິງ 9 ຊົ່ວໂມງ, ມີກ້ອງຫນ້າ 1.3 ລ້ານພິກເຊວ, ກ້ອງຫລັງ 5 ລ້ານພິກເຊວ, Micro HDMI ແລະທີ່ສຳຄັນຍັງມີແປ້ນພິມທີ່ເປັນດ໊ອກຕໍ່ພາຍນອກເພຶ່ອປ່ຽນໃຫ້ເປັນແລັບທັອບອີກດ້ວຍ.

ຢ່າງໃດກໍ່ຕາມທາງ Lenovo ຍັງບໍ່ທັນໄດ້ຍືນຍັນ ຫລື ປະການກຳນົດວາງຂາຍຂອງແທັບເລັດຫລຸ້ນນີ້ທາງເວັບຈະ ພະຍາຍາມຕິດຕາມ ແລະ ນຳມາບອກຫາກມີການປະກາດວາງຂາຍ.

No comments

Post a Comment