ads

Oct 24, 2012

Galaxy Note ມີຍອດການຈັດສົ່ງທົ່ວໂລກເກີນ 1 ລ້ານເຄື່ອງແລ້ວ


ຫລ້າສຸດທາງ Samsung Tomorrow ໄດ້ລາຍງານວ່າປະຈຸບັນ Galaxy Note ອຸປະກອນແທັບເລັດປະສົມສະມາດ ໂຟນຂະຫນາດຫນ້າຈໍ 5.3 ນິ້ວ ມີຍອດຈັດສົ່ງໃຫ້ຜູ້ຈຳຫນ່າຍສູງເຖິງ 1 ລ້ານເຄື່ອງແລ້ວທົ່ວໂລກໃນເວລາບໍ່ເຖິງ 2 ເດືອນຢ່າງໃດກໍ່ຕາມປະຈຸບັນ Galaxy Note ຈະຍັງມີວາງຂາຍໃນບາງປະເທດໃນແທບເອີຮົບ ແລະ ເອເຊຍເທົ່ານັ້ນ ເຊິ່ງທາງ Samsung ໄດ້ບອກວ່າຈະມີການຂະຫຍາຍຕະຫລາດແລະການຂາຍ Galaxy Note ອອກໄປຍັງປະເທດ ຕ່າງໆເປັນຕົ້ນແມ່ນໃນອາເມລິກາຈະເລີມວາງຂາຍໃນປີຫນ້ານີ້ແນ່ນອນ.