ads

May 3, 2014

Line ອັບເດດໃຫ້ Block ຂໍ້ຄວາມແຈ້ງຊວຍຫລິ້ນ Line Game ບໍ່ໃຫ້ກວນໃຈພ້ອມທັງວິທີຕັ້ງຄ່າ


ທ່ານໃດທີ່ລຳຄານການແຈ້ງເຕືອນຊວນຫລິ້ນ Line ເກມເຊັ່ນ: Line Cookie Run, Line Pop, Line Ranger ຕ້ອງຈຳ ໃຈລົງແອບທັງ 3 ເກມແລ້ວຕັ້ງຄ່າບໍ່ໃຫ້ຮັບຂໍ້ຄວາມແຈ້ງເຕືອນເກມອີກ ເຊິ່ງມັນຈະເສຍເນື້ອທີ່ຂໍ້ມູນມືຖືໄປອີກມາມື້ ນີ້ Line ໄດ້ປ່ອຍອັບເດດໃຫມ່ໃຫ້ສາມາດຕັ້ງຄ່າ ບໍ່ໃຫ້ຮັບຂໍ້ຄວາມແຈ້ງເຕືອນຊວນຫລິ້ນເກມ ມາກວນໃຈອີກຕໍ່ໄປ

ວິທີການຕັ້ງຄ່າປິດການແຈ້ງເຕືອນບໍ່ໃຫ້ຊວນຫລິ້ນເກມໃນ Line ໃຫມ່ຫລ່າສຸດ


ໃຫ້ອັບເດດແອບ Line ໃຫ້ເປັນເວີຊັ້ນຫລ່າສຸດກ່ອນໂດຍຜູ້ໃຊ້ Android ໃຫ້ອັບເດດແອບ Line ຜ່ານທາງ Play Store


ຈາກນັ້ນໃຫ້ເປີດແອບ Line ແລ້ວໄປທີ່ແທບ More > ເລືອກ Settings > ເລືອກ Notification > ເລືອກ Additional
Services


ແລ້ວໃຫ້ເອົາເຄື່ອງຫມາຍຖືກບ່ອນ Receive Messages ອອກໄປພຽງເທົານີ້ກໍ່ຫມົດປັນຫາກວນໃຈ.

No comments

Post a Comment