ads

Apr 20, 2014

ວິທີຕິດຕັ້ງຄີບອດພາສາລາວໃນ iOS


ໃນບົດຄວາມນີ້ເຮົາຈະມາວ່າກັນເລື່ອງ ການຕິດຕັ້ງຄີບອດພາສາລາວ ໃຫ້ກັບບັນດາ iPhone, iPad  ແລະ iPod ເຮົາ ຈໍາເປັນຕ້ອງ Jailbreak ກ່ອນ ຖ້າໃຜຍັງບໍ່ໄດ້ເຮັດ ແມ່ນສາມາດເຂົ້າໄປອ່ານວິທີການ Jailbreak ໄດ້ທີ່ “Jailbreak iOS 7.x ດ້ວຍ Evasi0n”  ວ່າລະກໍ່ມາເລີ່ມກັນເລີຍ

1. ເປິດໂປຣແກຣມ Cydia ຂື້ນມາກ່ອນ


2. ກໍ່ຈະເຫັນຫນ້າາຕາຂອງໂປຣແກຣມເປັນແບບນີ້


3. ແລ້ວໃຫ້ກົດເຂົ້າໄປທີ່ແທບຂອງ Manage ແລ້ວກໍ່ກົດໃສ່ທີ່ Source


4. ແລ້ວກໍ່ກົດ Edit


5. ແລະຕໍ່ດ້ວຍປຸ່ມ Add


6. ແລ້ວພີມໃສ່ໃນຊ້ອງວ່າ:  http://cydia.myrepospace.com/iphonelaos


 7. ໃຫ້ກົດ Add Source  ແລ້ວກໍ່ຖ້າຈົນມັນເພີ້ມ Source ຈົນກວ່າຈະແລ້ວ ແລະ ລະບົບຈະກວດສອບຫາ Sources ທີ່ເຮົາໄດ້ເພີ່ມເຂົ້າໄປ


8. ລະບົບຈະສະແດງສະຖານະພາບໃນຂັ້ນຕອນຂອງການໂຫຼດຂໍ້ມູນຕ່າງໆ


9. ກົດປຸ່ມ Return to Cydia


10. ກໍ່ຈະເຫັນ Source iPhoneLAOS ດັ່ງຮູບປະກອບທາງລຸ່ມນີ້ ແລະ ບໍ່ລໍຊ້າກົດໄປທີ່ Source iPhoneLAOS ເລີຍ


11. ເລື່ອຍລົງມາຫາ Lao iPhone KB 5 Rows ສຳຫລັບ iPhone ຫລື Lao iPad KB 5Rows ສຳຫລັບ iPad ແລ້ວ ກົດເຂົ້າໄປເລີຍ


12. ເຮົາຈະເຫັນໜ້າຕາຂອງໂປຼແກຼມດັ່ງຮູບປະກອບ ແລະ ໃຫ້ກົດປຸ່ມ Install ໄດ້ເລີຍ


13. ກົດ Confirm ເຕີ່ມອີກບາດຫນື່ງແລ້ວກໍ່ຖ້າຈົນມັນຕິດຕັ້ງແລ້ວ


14. ແລ້ວລະບົບກໍ່ຈະເລີ່ມການດາວໂຫຼດອີກ




15. ຖ້າຈົນກວ່າມັນຈະມີຄໍາວ່າ “Reload SpringBoard” ຂຶ້ນມາ ແລ້ວກໍ່ໃຫ້ກົດໃສ່ Reload SpringBoard ໄດ້ເລີຍ


16. ຫລັງຈາກສຳເລັດການຕິດຕັ້ງແລ້ວກໍ່ເຂົ້າໄປເອີ້ນໃຊ້ເລີຍ ໂດຍເຂົ້າໄປທີ່ Setting > General > Kayboard > Keyboards > Add New Keyboard…


17. ແລ້ວເລືອກ 5 Row


18. ສຳເລັດທຸກຂັ້ນຕ່ອນແລ້ວ ຕໍ່ໄປກໍ່ຈະມາທົດລອງໃຊ້ Keyboard ທີ່ເຮົາເພີ່ມເຂົ້າມາໃໝ່ວ່າມັນຈະເປັນແນວໃດ ແລະ ເມື່ອເອີ້ນ Keyboard ອອກມາແລ້ວໃຫ້ລອງກົດປຸ່ມ ໜ່ວຍໂລກ ທີ່ຢູ່ຂ້າງຕົວເລກຄ້າງໄວ້


19. ແລ້ວເລືອກໄປທີ່ ພາສາລາວໂດຍiPhoneLAOS


20. ແລ້ວກໍ່ຈະປະກົດຄີບອດພາສາລາວຂຶ້ນມາທັນທີ


21. ຈົບສຳຫລັບການຕິດຕັ້ງ ແລະ ເອີ້ນໃຊ້ຄີບອດພາສາລາວໃນລະບົບ iOS ແລ້ວແຕ່ສຳຫລັບໃຜທີ່ຢາກໃຫ້ຟອນ ພາສາລາວງາມໆຕັ້ງໃນຕົວຢ່າງນີ້ ຕ້ອງໄດ້ຕິດຕັ້ງຟອນເພີ່ມຕື່ມອີກໂດຍເຮັດຄືກັນກັບການຕິດຕັ້ງຄລີບອດເລີຍ ໂດຍໃນ Source iPhoneLAOS ແມ່ນໃຫ້ເລືອກທີ່ ຟອນເພັດຊະລາດ ຫລື ໄຊເສດຖາ ກໍ່ເປັນອັນສຳເລັດ. 


ກໍ່ຄິດວ່າການແນະນໍາວິທີຕິດຕັ້ງຄີບອດພາສາລາວນີ້ໜ້າຈະຊ່ອຍໃຫ້ຫຼາຍໆຄົນທີ່ຕ້ອງເຮັດວຽກກ່ຽວກັບການພິມ ເອກະສານທີ່ເປັນພາສາລາວໃນ iOS (iPad iPhone) ໃຫ້ສະດວກຂຶ້ນຫລາຍ ດັ່ງນັ້ນຢາກໃຫ້ທຸກຄົນອ່ານໃຫ້ເຂົ້າໃຈ ກ່ອນຈັກຮອບຫນຶ່່ງແລ້ວເຮົາຈະຮູ້ສຶກເອງວ່າມັນບໍ່ໄດ້ຍາກດັ່ງທີ່ເຮົາຄິດເລີຍ ສະນັ້ນກໍ່ຫວັງວ່າຈະເປັນອີກບົດຄວາມ ຫນຶ່ງທີ່ຢາກໃຫ້ທຸກໆຄົນໄດ້ລອງເອົາໄປປະຕິບັດນໍາກັນ.
 

No comments

Post a Comment