ads

Feb 1, 2014

Intel ເປີດໂຕຄອມພິວເຕີ ຂະຫນາດນ້ອຍເທົ່າ SD Card!!


ໃນງານ CES 2014, Intel ບໍລິສັດຜະລິດຊິບຊີຟີຢູ ລາຍໃຫຍ່ໄດ້ເປີດໂຕ Intel Edison ຫລືຊີຟີຢູຂະຫນາດນ້ອຍເທົ່າ SD Card ທີ່ພາຍໃນປະກອບດ້ວຍຊີຟີຢູ Quark dual-core ຊຶ່ງມີຄວາມສາມາດໃນການຮັບ-ສົ່ງ WiFi ແລະ Bluetooth ໃນໂຕ.


ໂດຍ Intel ຫວັງວ່າຈະນຳເທັກໂນໂລຊີຕົ້ນແບບນີ້ໄປໃຊ້ໃນອຸປະກອນຄອມພິວເຕີແບບສວມໃສ່ (Wearable Computer) ພ້ອມເປີດໃຫ້ນັກພັດທະນາຮ່ວມກັນລະດົມການພັດທະນາຕໍ່ຍອດອອກໄປຕື່ມອີກ.




ຂໍ້ມູນຈາກ: Android Authority ແລະ Blognone

COMMENT