ads

May 31, 2013

CPE17 Autorun Killer ໂປຣແກຣມ ຊ່ວຍເຄື່ອງປ້ອງກັນໄວລັສ ຈາກແຟດໄດນ໌

ແຕ່ລະມື້ເຮົາມີການຮັບ-ສົ່ງໄຟລ໌ຜ່ານທາງຟອດ USB ກັນຫລາຍໆເທື່ອແຕ່ເຮົາບໍ່ຮູ້ວ່າ Virus ໂຕຮ້າຍທີ່ແຝງມາ ກັບແຟດໄດນ໌ຈະ ເຂົ້າມາທຳລາຍເຄື່ອງຂອງເຮົາຕອນໃດ ເຊິ່ງຖ້າໃຜມີການເຊື່ອມຕໍ່ແຟດໄດນ໌ເຂົ້າສູ່ຄອມພິວເຕີ ຫລາຍເທື່່ອແລ້ວຂ້າພະເຈົ້າຂໍແນະນຳ CPE17 Autorun Killer ມາຕິດຕັ້ງເອົາໄວ້ໃນເຄື່ອງຈະຊ່ວຍປ້ອງກັນໄດ້ ໃນລະດັບຫນຶ່ງເລີຍ

ຖ້າທ່ານໃດໄປຮ້ານຮັບພິມເອກະສານຄືສິເຄີຍເຫັນຫນ້າຕ່າງນີ້

ໂປຣແກຣມຈະສະແດງຫນ້າຕ່າງສີຂຽວນີ້ຂື້ນມາທຸກເທື່ອເມື່ອມີການເຊື່ອມຕໍ່ແຟດໄດນ໌ເຂົ້າກັບຄອມພິວເຕີຂອງ ເຮົາເຊິ່ງຖ້າເປັນສີ ຂຽວສະແດງວ່າບໍ່ມີໄຟລ໌ Virus ເຂົ້າມາທຳລາຍຄອມພິວເຕີຂອງເຮົາແນ່ນອນແຕ່ຖ້າເປັນສີແດງ ແລ້ວໂປຣແກຣມຈະຈັດການໃຫ້ ໂດຍອັດຕະໂນມັດສຳລັບໂປຣແກຣມນັ້ນຈະບໍ່ມີໄອຄ້ອນທີ່ຫນ້າ Desktop ຄືກັບ ໂປຣແກຣມຫລັກໆທີ່ຂຽນຂື້ນມາແຕ່ໂປຣແກຣມ ຈະເຊື່ອງໂຕເອງຢູ່ທີ່ແຖບ Taskbar ດ້ານຂ້າງ.


ເວລາເຮົາຕ້ອງການໃຊ້ງານກໍ່ພຽງແຕ່ຄລິກຂວາຫນຶ່ງເທື່ອທີ່ໄອຄ້ອນເພື່ອເປີດແຖບຄຳສັ່ງອອກມາເພື່ອເອີ້ນໃຊ້ ງານໄດ້ວ່າເຮົາຕ້ອງ ການໃຫ້ໂປຣແກຣມສະແກນສ່ວນໃດຂອງຄອມພິວເຕີແດ່ແລະຕ້ອງການໃຫ້ສະແກນແບບ ທຳອິດຫລືຕ້ອງການໃຫ້ເຊັກແບບລະ ອຽດກໍ່ສາມາດເລືອກໄດ້ທີ່ນີ້ລວມທັງມີຄຳສັ່ງ Vaccine ໃຫ້ຈັດການກັບ ໄຟລ໌ທີ່ຕິດໄວລັສໄດ້ນຳອີກ

 

ຄຳສັ່ງ Options ຈະສາມາດເລືອກໄດ້ວ່າເຮົາຕ້ອງການຕັ້ງຄ່າໂປຣແກຣມໃຫ້ເຮັດຫຍັງແດ່ເຊິ່ງເຮົາຕ້ອງການໃຫ້ ໂປຣແກຣມທຳ ງານແນວໃດກໍ່ໃຫ້ຕິກເຄື່ອງຫມາຍຖືກແລ້ວກົດ OK ເພື່ອບັນທືກການຕັ້ງຄ່າເອົາໄວ້.


ນອກຈາກນີ້ຍັງມີສ່ວນຂອງ Activity Logging ເພື່ອເຊັກໄດ້ວ່າເຄີຍມີເຫດການທີ່ໄວລັສເຂົ້າເຄື່ອງເຮົາຕອນໃດ ແດ່ໂດຍຂໍ້ມູນທັງ ຫມົດຈະຖືກເກັບເອົາໄວ້ໃນສ່ວນນີ້ໃຫ້ເຮົາເຊັກເບິ່ງໄດ້ນຳເປັນໂປຣແກຣມນ້ອຍໆໂປຣແກຣມ ຫນຶ່ງສຳລັບຄົນທີ່ຕ້ອງເຊື່ອມຕໍ່ແຟດ ໄດນ໌ເຂົ້າກັບຄອມພິວເຕີຫລາຍໆເທື່ອບໍ່ວ່າຈະເປັນຂອງຫມູ່ເພື່ອນຫລືຂອງ ເຮົາເອງກໍ່ຕາມຂ້າພະເຈົ້າຂໍແນະນຳໃຫ້ຕິດຕັ້ງໂປຣ ແກຣມນີ້ເອົາໄວ້ໃນເຄື່ອງເພື່ອປ້ອງກັນໄວລັສທີ່ຈະເຂົ້າມາຈູ່ ໂຈມ ໃຫ້ຄອມພິວເຕີເກີດປັນຫາດີກ່ວາທີ່ຕ້ອງມາເສຍເວລາກູ້ຂໍ້ມູນ ແລະ ຕັ້ງຄ່າເຄື່ອງໃຫມ່.


COMMENT