ads

Oct 31, 2012

Utrabook ແມ່ນຫຍັງ?


ປັດຈຸບັນຕ້ອງຍອມຮັບວ່າກະແສ Tablet ນັ້ນມາແຮງ ຫລື ວ່າຈະໝົດຍຸກຂອງ Notebook ແລ້ວແຕ່ກໍ່ມີບາງກະແສ ຄິດວ່ານີ້ເປັນພຽງການແບ່ງແຍກສິນຄ້າ ຂອງຕະຫຼາດໃຫ້ສັດເຈນຂຶ້ນຫຼາຍກ່ວາ ໂດຍສ່ວນ ແບ່ງການຕະຫຼາຍຂອງ Tablet ມີການຂະຫຍາຍຕົວຂຶ້ນເລື້ອຍໆ ໃນຂະນະທີ່ຕະຫຼາດຂອງ Notebook ແລະ PC ຍັງຄົງທີ ແລະ ມີທ່າອຽງ ຫລຸດລົງ ຢ່າງໃດກໍ່ຕາມຖ້າເບິ່ງເຖິງການໃຊ້ງານແລ້ວ Tablet ເອງກໍ່ຍັງບໍ່ສາມາດແທນບ່ອນ PC ແລະ Notebook ໄດ້ທັງຫມົດໂດຍຈຸດແຂງຂອງ Tablet ແມ່ນຢູ່ໃນສ່ວນຂອງຜູ້ບໍລິໂພກຫຼາຍກວ່າເຊັ່ນ ດ້ານຂໍ້ມູນຂ່າວສານການຄົ້ນ ຫາຂໍ້ມູນຄວາມສະດວກໃນການພົກພາ ແລະ ການເຂົ້າເຖິງລະບົບເຄື່ອຂ່າຍລວມ ທັງຄວາມງ່າຍໃນການໃຊ້ງານ ແບບໜ້າຈໍສຳຜັດ (Touch screen). ແຕ່ຍ້ອນໄປເບິ່ງກ່ອນໜ້ານີ້ ໃນໄລຍະດຽວກັນກັບ Tablet (iPad) ຂອງ Apple ຈະເປີດໂຕຊຶ່ງເປັນໄລຍະ ຮຸ່ງເຮືອງ ເຖິງຈຸດສຸດຍອດຂອງ Notebook ພໍດີ ຊຶ່ງຜູ້ຜະລິດຫຼາຍ ລາຍກໍ່ເລີ່ມຊອກຫາ ເຕັກໂນໂລຊີໃນຍຸກຖັດໄປ ແລະ ນັ້ນກໍ່ແມ່ນຈຸດເລີ່ມຕົ້ນຂອງ Ultrabook ໂດຍເງື່ອນໄຂຂອງ Ultrabook ມີຄື:

1. ຕ້ອງບາງກວ່າ Notebook.
2. ນ້ຳໜັກເບົາ.
3. ທຳງານໄດ້ໃກ້ຄຽງກັບ Notebook ຕອນນັ້ນຍັງບໍ່ທັນຊັດເຈນ ໃນສ່ວນຂອງໜ້າຈໍສຳຜັດແຕ່ກໍ່ຍັງບໍ່ມີ
    ຜູ້ຜະລິດ ລາຍໃດສ້າງຜົນງານໃຫ້ເປັນຮູບເປັນຮ່າງອອກມາ... ຈົນ iPad ເຂົ້າມາເປີດຕະຫຼາດ ແລະ
    ປິດກະແສຂອງ Ultrabook ໄປໃນທີ່ສຸດ.
ການເປີດໂຕແບບງຽບຂອງ Ultabook ໃນໄລຍະຜ່ານມາກໍ່ພໍມີສຽງຕອບຮັບຢູ່ແຕ່ກໍ່ໜ້ອຍປັດຈຸບັນ Ultrabook ໄດ້ຂໍ້ສະຫຼຸບໃໝ່ໂດຍມີການປ່ຽນແປງໂສມໜ້າດ້ວຍການລວມລະຫວ່າງ Notebook ແລະ Tablet ເຂົ້າກັນນັ້ນກໍ່ຄື:

1. ຕ້ອງບາງໃກ້ຄຽງກັບ Tablet.
2. ນ້ຳໜັກເບົາໃກ້ຄຽງກັບ Tablet.
3. ທຳງານໄດ້ໃກ້ຄຽງກັຍ Notebook.
4. ມີແປ້ນພິມ (keyboard).
5. ເນື່ອງຈາກມີຄວາມບາງຫຼາຍ ລະບົບ Harddisk ອາດຈະເປັນແບບບໍ່ໃຊ້ຈານໝູນ ຫຼື SSD ແທນ.
6. ຈໍສຳຜັດ (Multi Touch) ແບບດຽວກັບ Tablet. ເບິ່ງຄືວ່າ Ultrabook ເລີ່ມມີແນວທາງຂອງ
    ຕົນເອງທີ່ຊັດເຈນຂຶ້ນ ແລະ ອາດຈະແມ່ນຍຸກຕໍ່ໄປຂອງ Notebook ກໍ່ເປັນໄດ້ແຕ່ກໍ່ມີຫລາຍຄົນ
    ອາດ ຄິດວ່າສຸດທ້າຍແລ້ວກໍ່ຈະຫມົດ.
ຄວາມນິຍົມຄືກັບ Netbook ຫລືບໍ່ ແຕ່ຖ້າເບິ່ງໃຫ້ດີໆ ໃນສ່ວນຂອງການນຳໄປໃຊ້ງານແລ້ວ Ultrabook ຍັງມີຈຸດ ແຂງຫລາຍປະການ ໃນຂະນະທີ Netbook ມີຂໍ້ຈຳກັດຫລາຍເກີນໄປການທີ່ Ultrabook ຈະເຂົ້າ ມາແຊກຊຶມໃນ ຊ່ອງຫວ່າງທີ່ເຫລືອຢູ່ ສຳລັບຜູ້ທີ່ຕ້ອງການໃຊ້ຄອມພິວເຕີ ແບບພົກພາສາມາດໃຊ້ງານ ໄດ້ສະດວກແບບດຽວກັບ Tablet ນ້ຳຫນັກເບົາກ່ວາ Notebook ແລະຂໍ້ຈຳກັດຂອງ battery... ສຸດ ທ້າຍແລ້ວຜູ້ບໍລິໂພກກໍ່ຈະເປັນຜູ້ເລືອກ ເຕັກໂນໂລຊີເອງ.

No comments

Post a Comment