ads

May 12, 2013

ສ້າງ Recycle Bin ໃຫ້ Flash Drive

 

ຫລົງລົບຂໍ້ມູນໃນ Flash Drive ສາມາດເອົາຄືນໄດ້ງ່າຍໆດ້ວຍວິທີນີ້:

ປົກກະຕິເມື່ອເຮົາລົບໄຟລ໌ຈາກຄອມພິວເຕີທີ່ໃຊ້ລະບົບປະຕິບັດການ Windows ຂໍ້ມູນ ຫລື ໄຟລ໌ເຫລົ່ານັ້ນຈະຍັງ ບໍ່ຖືກລົບແຕ່ຖືກໄປມ້ຽນໄວ້ໃນກະຕ່າຂີ້ເຫຍື້ອ (Recycle Bin) ໂດຍເຮົາສາມາດໄປ Restore ເອົາໄຟລ໌ເຫລົ່ານັ້ນ ຄືນມາໄດ້ແຕ່ມັນກໍຍັງມີບັນຫາໃນກໍລະນີທີ່ໃຊ້ Flash Drive; Flash Drive ນັ້ນຂໍ້ມູນຈະຖືກລົບໄປເລີຍເພາະ ມັນບໍ່ມີຖັງ ຂີ້ເຫຍື້ອໄວ້ຮອງຮັບ.

ແຕ່ມື້ນີ້ພວກເຮົາມີເທັກນິກດີໆມາຝາກເພື່ອໃຫ້ທ່ານສາມາດສ້າງກະຕ່າຂີ້ເຫຍື້ອໃຫ້ Flash Drive ໄດ້ແລ້ວໂດຍ ໃຊ້ໂປຣແກຣມນ້ອຍໆຟຣີໆທີ່ຊື່ວ່າ iBin ກ່ອນອື່ນກໍໃຫ້ທ່ານໄປດາວໂຫລດໄດ້ທີ່ນີີ້: ດາວໂຫລດ
 
ວິທີການຕິດຕັ້ງ ແລະ ນຳໃຊ້ກໍບໍ່ມີຫຍັງຫລາຍເມື່ອທ່ານແຕກໄຟລ໌ອອກມາກໍໃຫ້ກ໋ອບປີ້ເອົາໄຟລ໌ທີ່ຊື່ວ່າ: iBin.exe ໄປໄວ້ໃນ Flash Drive ທີ່ຕ້ອງການສ້າງກະຕ່າຂີ້ເຫຍື້ອໃຫ້ແລ້ວກໍຄລິກສອງບາດໃສ່ມັນກໍຈະມີຫນ້າ ຫນຶ່ງຂຶ້ນມາບອກລາຍລະອຽດວ່າມັນຈະສ້າງ Folder ຊື່ວ່າ iBin ໄວ້ໃນ Flash Drive ຂອງທ່ານກໍໃຫ້ເຮົາກົດ Ok ໄປເລີຍ


ເທົ່ານີ້ໂປຣແກຣມ iBin ກໍຈະສ້າງກະຕ່າຂີ້ເຫຍື້ອໃນ Flash Drive ໃຫ້ທ່ານແລ້ວບາດນິກໍທົດລອງລົບໄຟລ໌ລອງ ເບິ່ງເມື່ອທ່ານລົບໄຟລ໌ມັນກໍຈະມີຫນ້ານຶ່ງຂຶ້ນມາຖາມວ່າຈະລົບໄຟລ໌ເລີຍບໍ່ ຫລື ຈະໃຫ້ເກັບໄຟລ໌ໄວ້ໃນກະຕ່າຂີ້ ເຫຍື້ອຂອງ iBin ກ່ອນ.


ຖ້າກໍລະນີຢາກ Restore ລົບຫລືຈັດການໄຟລ໌ທີ່ລົບໄປນັ້ນກໍໃຫ້ໄປຄລິກຂວາໃນໄອຄອນໂປຣແກຣມ iBin ທີ່ ມັນຈະຂຶ້ນມາຢູ່ System Tray ກໍຈະມີໂຕເລືອກຫລາຍໆຢ່າງໃຫ້ໃຊ້ຕາມທີ່ເຮົາຕ້ອງການ


ນອກຈາກນີ້ເຮົາຍັງສາມາດກຳນົດຄ່າໃຫ້ກະຕ່າຂີ້ເຫຍື້ອໄດ້ນຳວ່າຈະໃຫ້ມັນມີຂະຫນາດຄວາມຈຳທໍ່ໃດກຳນົດໄລ່ ຍະເວລາໃນການລົບຂໍ້ມູນອອກຈາກກະຕ່າຂີ້ເຫຍື້ອໄດ້ໂດຍອັດຕະໂນມັດຮວມທັງຖອນການຕິດຕັ້ງ iBin ອອກ ຈາກ Flash Drive ກໍໄດ້.


ກໍເປັນເທັກນິກນ້ອຍໆທີ່ມາແນະນຳກັນຫວັງວ່າຈະເປັນປະໂຫຍດກັບທ່ານຜູ່ອ່ານທີ່ມັກຫລົງລົບຂໍ້ມູນຈາກ Flash Drive ຫລືຜູ່ທີ່ບໍ່ມັກສຳຮອງຂໍ້ມູນອອກຈາກ Flash Drive.

COMMENT