ads

May 6, 2014

ລະວັງ App "ແຟນຄລັບຂອງຂ້ອຍ 30 ອັນດັບ" ຕົວະເອົາຂໍ້ມູນຂອງທ່ານ


ຕົວຢ່າງການອະນຸຍາດໃຫ້ App ໃສ່ຂໍ້ມູນ


ປະຈຸບັນເຫັນຫລາຍຄົນກຳລັງໃຊ້ Facebook ແລ້ວອະນຸຍາດໃຫ້ App ຂອງ แฟนคลับของฉัน 30 อันดับ ໄປ ຊອກເອົາຊື່ 50 ອັນດັບຂອງຄົນທີ່ເຂົ້າເບີ່ງ ຫລື ຕິດຕໍ່ກັບທ່ານຫລາຍທີ່ສຸດ ເຊີ່ງຫາກທ່ານຫລົງໄປກົດແລ້ວມັນກໍ່ ຈະເຮັດໃຫ້ຜູ້ສ້າງ App ດັ່ງກ່າວສາມາດເຂົ້າເຖິງຂໍ້ມູນສ່ວນຕົວຂອງທ່ານເຊັ່ນ:​ ຮູບທັງໝົດ, ລາຍຊື່ໝູ່ຂອງທ່ານໃນ Friendlist, ການໂພສຕ່າງໆ ຂອງທ່ານ ແລະ ອາດຈະລວມເຖິງຂໍຄວາມທີ່ທ່ານກຳລັງລວມກັບເພື່ອນແບບສ່ວນຕົວ.

ໂດຍຕາມກົດຂອງ Facebook ປົກກະຕິແລ້ວທີ່ອ້າງອີງໃນເວັບໄຊທຂອງທາງ Facebook ເອງແມ່ນ Fb ບໍ່ອະນຸຍາດ ໃຫ້ App ໃດໆໃຊ້ຂໍ້ມູນເລື່ອງການຈັບ Traffic ຫລື ຕິດຕາມຫາວ່າໃຜເຂົ້າເບີ່ງ Profile ເຮົາຫລາຍທີ່ສຸດເຊີ່ງຖ້າຫາກ ພົບເຫັນແມ່ນໃຫ້ report ໄປຫາ Facebook ໄດ້

ໃນ Facebook ກໍ່ໄດ້ເວົ້າເຖິງເລື່ອງນີ້ເຊັ່ນກັນ

ຖ້າໃຜຫລົງກົດໄປແລ້ວກໍ່ສາມາດເຂົ້າໄປລືບ App ນັ້ນອອກໄດ້ ໂດຍເຂົ້າໄປທີ່ https://www.facebook.com/settings?tab=applications  ແລ້ວກໍ່ໄປເລື່ອກເອົາຊື່ App ນັ້ນແລ້ວລືບອອກດັ່ງນີ້:
  1. ກົດໃສ່ລູກສອນນ້ອຍໆແລ້ວໄປບ່ອນ Setting
  2. ໄປຫາ App
  3. ໄປຊອກຫາລາຍຊື່ App "แฟนคลับของฉัน 30 อันดับ" ແລ້ວກົດເຄື່ອງຫມາຍ "X" ຢູ່ທາງຂ້ວາມື ເພື່ອລົບ ອອກ.


ສະນັ້ນຍາກໃຫ້ທຸກຄົນລະມັດລະຫວັງ ແລະ ຄິດຄັກໆກໍ່ທີ່ຈະອະນຸຍາດໃຫ້ App ໄດ້ໜື່ງເຂົ້າໃຊ້ ຫລື ເບີ່ງຂໍ້ມູນ ສ່ວນຕົວ ຂອງເຮົາ… ເຊີ່ງຖ້າເຂົ້າເຈົ້າເອົາຂໍ້ມູນຂອງເຮົາໄປໃສ່ໃນທາງທີ່ບໍ່ດີ ອາດຈະເປັນຜົນເສຍໄດ້… ໃຫ້ລະວັງ ກັນໄວ..

1 comment

  1. Anonymous9:30 PM

    ຂອບໃຈທີ່ເຕືອນ...

    ReplyDelete