ads

Apr 19, 2014

Mod ເພີ່ມພື້ນທີ່ Dropbox ຟຣີຫລາຍກ່ວາ 20GB


ສຳລັບບົດຄວາມນີ້ຂ້ອຍມີເທັກນິກ ແລະ ວິທີການເພີ່ມພື້ນທີ່ຂອງ Dropbox ມາຝາກເລີ່ມຕັ້ງແຕ່ວິທີສະຫມັກກັນ ເລີຍ, ຄວາມຈິງຈະມີການເພີ່່ມພື້ນທີ່ຂອງ Dropbox ຫລາຍວິທີແຕ່ມີບາງວິທີບໍ່ສາມາດເຮັດໄດ້ເນື່ອງຈາກທາງ Dropbox ໄດ້ປິດຊ່ອງໂຫວ່ໄປແລ້ວ.

ສະຫມັກໃຊ້ງານ Dropbox

ສະຫມັກຕາມລິ້ງນີ້ຫລັງຈາກສະຫມັກໄປແລ້ວທ່ານຈະໄດ້ພື້ນທີ່ 2GB https://www.dropbox.com/register


ສະຫມັກຜ່ານລິ້ງນີ້ທ່ານຈະໄດ້ເພີ່ມອີກ 250MB (2GB+250MB) http://db.tt/iY07hiD 


ເພີ່ມພື້ນທີ່ Dropbox ອີກ 250MB

ເຂົ້າໄປທີ່ https://www.dropbox.com/gs  ແລ້ວເຮັດຕາມຂັ້ນຕອນແຕ່ລະແບບໃຫ້ຄົບກໍ່ຈະໄດ້ເພີ່ມອີກ 250MB


ເພີ່ມພື້ນທີ່ Dropbox ອີກ 640MB

ເຂົ້າໄປທີ່ https://www.dropbox.com/free ຫລັງຈາກນັ້ນກໍ່ເຊື່ອມຕໍ່ກັບ Social Network ແລ້ວເຮັດຕາມຂັ້ນຕອນ ຖ້າເຮັດຈົນຄົບທ່ານຈະໄດ້ພື້ນທີ່ Dropbox ເພີ່ມອີກ 640MB


ເພີ່ມພື້ນທີ່ Dropbox ອີກ 3GB ໃຊ້ໄດ້ເຖິງ 1 ປີ

ເຂົ້າໄປທີ່ບົດຄວາມ [Mod] ເພີ່ມພື້ນທີ່ Dropbox ຟຣີເຖິງ 3GB ແລ້ວເຮັດຕາມຂັ້ນຕອນຕ່າງໆ (ສຳລັບຜູ້ທີ່ໃຊ້ Andriod ເທົ່ານັ້ນ)

ເພີ່ມພື້ນທີ່ Dropbox ອີກ 23GB ໃຊ້ໄດ້ດົນເຖິງ 2 ປີ

(ສຳລັບຜູ້ທີ່ໃຊ້ Andriod ເທົ່ານັ້ນ) ທ່ານໃດທີ່ໃຊ້ iPhone ຫລືຫລຸ້ນອື່ນແມ່ນຫມົດສິດ ວິທີເພີ່ມພື້ນທີ່ Dropbox ຟຣີ ໄດ້ເຖິງ 23GB ມີດັ່ງນີ້:
  • ໃຫ້ທ່ານລົບແອບ Dropbox ໃນເຄື່ອງຂອງທ່ານອອກກ່ອນ
  • ດາວໂຫລດໄຟລ໌ Dropbox ທີ່ Mod ມາແລ້ວ ຈາກລິ້ງນີ້ ມີທັງຫມົດ 2 ໄຟລ໌ໃຫ້ເລືອກຕິດຕັ້ງໄຟລ໌ໃດໄຟລ໌ ຫນຶ່ງ (ຂໍແນະນຳວ່າໃຫ້ທ່ານເລືອກໄຟລ໌ທຳອິດ Dropbox_23GB_S4 ກ່ອນ, ຂ້ອຍທົດລອງແລ້ວພື້ນທີ່ ເພີ່່ມຂື້ນ, ສ່ວນຖ້າທ່ານໃດໃຊ້ໂຕທຳອິດແລ້ວບໍ່ໄດ້ ໃຫ້ຕິດຕັ້ງໂຕທີ່ສອງ)
  • ຕິດຕັ້ງ Dropbox ທີ່ດາວໂຫລດມາ ໃນຂັ້ນຕອນກ່ອນຫນ້ານັ້ນ
  • ລອກອິນເຂົ້າສູ່ລະບົບ Dropbox ແລ້ວລໍຖ້າອີເມວຢືນຢັນຈາກ Dropbox ກ່ອນ
  • ຫລັງຈາກໄດ້ອີເມວຢືນຢັນແລ້ວພື້ນທີ່ Dropbox ຂອງເຮົາຈະເພີ່ມຂື້ນມາ 23GB
  • (ຖ້າດົນເກີນເຄິ່່ງຊົ່ວໂມງແລ້ວບໍ່ມີອີເມວສົ່ງກັບມາ ໃຫ້ທ່ານດາວໂຫລດອີກໄຟລ໌ມາຕິດຕັ້ງໃຫມ່, ໂດຍການ ກັບໄປເລີ່ມຕົ້ນໃຫມ່ຕັ້ງແຕ່ທຳອິດ)
  • ເມື່ອໄດ້ພື້ນທີ່ 23GB ແລ້ວໃຫ້ທ່ານລົບ Dropbox ໂຕທີ່ Mod ໄວ້ອອກຈາກເຄື່ອງແລ້ວຕິດຕັ້ງ Dropbox ທີ່ຢູ່ ໃນ Google Play ແທນ
  • ຕາມທີ່ຂ້ອຍໄດ້ທົດລອງໃນ Android 4.4.2 Galaxy S4 GT-I9500 ແລ້ວປະກົດວ່າໃຊ້ງານໄດ້ດີ.

No comments

Post a Comment