ads

Oct 25, 2014

Samsung Galaxy Note 4 ມີຍອດຂາຍທະລຸ 4.5 ລ້ານເຄື່ອງພາຍ ໃນເວລາພຽງແຕ່ 30 ມື້ເທົ່ານັ້ນ


ຫລັງຈາກທີ່່ Samsung ຫີບຟ້າວອອກວາງຂາຍ Galaxy Note 4 ຫລຸ້ນໃຫມ່ຫລ່າ ສຸດເພື່ອແຂ່ງກັບ iPhone 6 ແລະ iPhone 6 Plus ຈາກທາງ Apple ຫລ່າສຸດກໍ່ມີ ລາຍງານອອກມາແລ້ວວ່າ ສາມາດສ້າງຍອດຂາຍໄດ້ເຖິງ 4.5 ລ້ານ ເຄື່ອງພາຍໃນ ເດືອນດຽວເທົ່ານັ້ນ.


Samsung Galaxy Note ຫລຸ້ນທຳອິດໃຊ້ເວລາດົນເຖິງ 5 ເດືອນໃນການທຳຍອດຂາຍ 5 ລ້ານເຄື່ອງສ່ວນ Galaxy Note 2 ໃຊ້ເວລາ 2 ເດືອນ ໃນຂະນະທີ່ Galaxy Note 3 ໃຊ້ເວລາພຽງແຕ່ເດືອນດຽວເທົ່ານັ້ນສ່ວນ Galaxy Note 4 ເບິ່ງຄືວ່າຈະ ນ້ອຍກ່ວາ Galaxy Note 3 ຫນ້ອຍຫນຶ່ງໂດຍໃນຊ່ວງເດືອນທຳອິດ Galaxy Note 4 ວາງຂາຍທີ່ເກົາ ຫລີໃຕ້ ແລະ ຈີນເທົ່ານັ້ນ ເຊິ່ງຍອດຂາຍຫລັງຈາກນີ້ ກໍ່ຫນ້າຈະສູງຂື້ນໄປອີກຕື່ມ ເພາະໄດ້ອອກວາງຂາຍຫລາຍ ປະເທດທົ່ວໂລກແລ້ວ.

No comments

Post a Comment