ads

May 10, 2014

File Scavenger ໂປຣແກຣມຄົ້ນຫາໄຟລ໌ທີ່ຫາຍໄປ

ເປັນເລື້ອງທີ່ຫນັກໃຈບໍ່ແມ່ນຫນ້ອຍເມື່ອໄຟລ໌ທີ່ເຮົາມີຢູ່ນັ້ນຫາຍໄປ ຫລື ຖືກລົບໄປໂດຍບໍ່ໄດ້ຕັ້ງໃຈເພາະມີຫລາຍ ຄົນມັກຈະລົບໄຟລ໌ແບບທີ່ບໍ່ໄດ້ກວດເບິ່ງກ່ອນ ຖ້າເປັນໄຟລ໌ສຳຄັນແລ້ວເຖິງຈະເສຍເງິນຫລາຍເທົ່າໃດກໍ່ຍອມເຊິ່ງ ຖ້າໃຜພົບປັນຫານີ້ ໃຫ້ລອງໃຊ້ໂປຣແກຣມ File Scavenger ໄປລອງໃຊ້ເບິ່ງເພື່ອຈະຊ່ວຍແກ້ປັນຫາ ແລະ ຊ່ວຍໃນ ການ Recovery File ບໍ່ຫລາຍກໍ່ຫນ້ອຍ.


1. ສຳລັບ File Scavenger ມີຫນ້າຕາທີ່ລຽບງ່າຍແບບທີ່ໃຫ້ໃຊ້ງານປັນ Step by Step ເຊິ່ງໃຫ້ຜູ້ໃຊ້ງານສາມາດ ໃຊ້ງານໄດ້ງ່າຍຂື້ນເຊິ່ງເປັນຂໍ້ດີຂອງໂປຣແກຣມໂຕນີ້.
 

2. ເມື່ອເລີ່ມຕົ້ນໃຊ້ງານໃຫ້ຄລິກໄປທີ່ Look for… ທີ່ຢູ່ດ້ານເທິງຂອງຫນ້າຕ່າງໂປຣແກຣມ ໂດຍເປັນການກອງ ໄຟລ໌ທີ່ຕ້ອງການຄົ້ນຫາ ຫລື ຖ້າບໍ່ແນ່ໃຈໃຫ້ເລືອກ All Files.



3. ໃນກໍລະນີທີ່ເລືອກໄຟລ໌ໄດ້ແລ້ວກໍ່ໃຫ້ຄລິກທີ່ Look in: ເພື່ອເລືອກພື້ນທີ່ໃນການຄົ້ນຫາ
ເປັນການກຳຫນົດກອບໃຫ້ແຄບລົງ ແລະ ລະບຸພື້ນທີ່ໃນການຊອກຫາໄຟລ໌.


4. ຈາກນັ້ນໃນຊ່ອງ Mode ໃຫ້ເລືອກຮູບແບບການຄົ້ນຫາວ່າຈະເລືອກແບບໃດລະຫວ່າງ Quick
ຫລື Long ຕ່າງ ກັນຢູ່ບ່ອນວ່າຄວາມລະອຽດຂອງການຄົ້ນຫາຈາກນັ້ນຄລິກທີ່ Scan ເພື່ອເລີ່ມຄົ້ນຫາ.


5. ເມື່ອສະແກນຮຽບຮ້ອຍແລ້ວ ລະບົບຈະແຈ້ງລາຍລະອຽດຈຳນວນໄຟລ໌ ແລະ ມີທິບສຳລັບການໃຊ້ງານ
ປະກົດ ຂື້ນເຊິ່ງເຮົາສາມາດນຳໄປປະຍຸກໃຊ້ໄດ້.


6. ໃນຫນ້າຕ່າງໂປຣແກຣມທີ່ສະແກນຮຽບຮ້ອຍແລ້ວ ຈະມີໄຟລ໌ທີ່ເຮົາຕ້ອງການຄົ້ນຫາຈາກໂຕກອງທີ່ກຳ ຫນົດໄວ້ສະແດງຂື້ນມາ ໃຫ້ເຮົາທຳການກວດສອບວ່າ ມີໄຟລ໌ທີ່ຕ້ອງການຫລືບໍ່.


7. ຈາກນັ້ນໃຫ້ໄປທີ່ແທັບ Step 2 ແລ້ວເລືອກໂຟນເດີທີ່ໃຊ້ໃນການຈັດເກັບໄຟລ໌ Recovery ເຫລົ່ານັ້ນ ໃຫ້ຄລິກທີ່ Browse… ແລ້ວຄລິກ Ok.


8. ເມື່ອຄລິກ Save ໄຟລ໌ທັງຫມົດທີ່ເລືອກໄວ້ ກໍ່ຈະເຂົ້າໄປຢູ່ໃນໂຟນເດີທີ່ເຮົາຕັ້ງເອົາໄວ໊ ພຽງເທົ່ານີ້ ກໍ່ເປັນອັນວ່າສຳເລັດ

ດາວໂຫລດ: File Scavenger 4.1


No comments

Post a Comment