ads

Feb 23, 2014

LG ເປີດ​ໂຕ LG G Pro 2 ສະ​ມາດໂຟນ​ຫນ້າຈໍ 5.9 ນິ້ວ ພ້ອມ Android 4.4 KitKat

LG ເປີດ​ໂຕ LG G Pro 2 ສະມາດໂຟນ​ແອນດຣອຍ​ຫລຸ້ນ​ໃຫມ່ຫນ້າ​ຈໍ​ໃຫຍ່ເຖິງ 5.9 ນິ້ວ ພ້ອມ​ລະບົບ​ປະຕິບັດການ Android 4.4 KitKat ແລະ ​ຟີ​ເຈີ Knock Code ປົດ​ລັອກ​ເຄື່ອງ​ວ່ອງໄວ​ດ້ວຍ​ການ​ເຄາະ​ຫນ້າ​ຈໍ.

ໃນວັນທີ 12 ກຸມພາ 2014 LG ປະ​ກາດ​ເປີດ​ຕົວ LG G Pro 2 ສະມາດໂຟນຫລຸ້ນ​ອັບ​ເກດ​ຈາກ LG Optimus G Pro ທີ່​ເກົາ​ຫລີ​ໃຕ້​ຢ່າງ​ເປັນ​ທາງ​ການ ດ້ານສະເປັກ​ມາ​ພ້ອມ​ຫນ້າ​ຈໍ 5.9 ນິ້ວ ຄວາມ​ລະອຽດ Full HD ຂອບ​ຫນ້າ​ຈໍ​ສຸດ​ບາງ​ແບບ​ດຽວ​ກັບ LG G2 ໃຊ້​ຊີ​ພີ​ຍູ Snapdragon 800 ຄວາມ​ໄວ 2.26GHz ແຣມ 3GB ຫນ່ວຍ​ຄວາມ​ຈຳ​ພາຍ​ໃນ 16GB ແລະ 32GB ຮອງ​ຮັບ microSD ມີ​ກ້ອງ​ຖ່າຍ​ຮູບຄວາມ​ລະອຽດ 13 ລ້ານ​ພິກ​ເຊວ ພ້ອມ​ເຕັກ​ໂນ​ໂລ​ຊີ OIS ປ້ອງ​ກັນ​ພາບ​ສັ່ນ​ ສ່ວນ​ກ້ອງ​ຫນ້າ​ຄວາມ​ລະອຽດ 2.1 ລ້ານ​ພິກ​ເຊວ ນອກ​ຈາກ​ນີ້​ຍັງມີ​ຟີ​ເຈີ Knock Code ທີ່​ໃຫ້​ຜູ້​ໃຊ້​ສາມາດ​ປົດ​ລັອກ​ເຄື່ອງ​ໄດ້​ດ້ວຍ​ການ​ແຕະ​ທີ່​ຫນ້າ​ຈໍ​ສອງ​ເທື່ອ ແລະ​ ມີ​ລຳ​ໂພງ​ກຳ​ລັງ​ຂັບ​ທີ່ 1 ວັດ.

ສະ​ເປັກ​ເບື້ອງ​ຕົ້ນ​ຂອງ LG G Pro 2 (LG-F350)

- ລະບົບ​ປະຕິບັດການ Android 4.4 KitKat
- ຊີ​ພີ​ຍູ Qualcomm Snapdragon 800 ຄວາມ​ໄວ 2.26GHz Quad-Core
- ຈີ​ພີ​ຍູ Qualcomm Adreno 330
- ແຣມ 3GB DDR3
- ຫນ່ວຍ​ຄວາມ​ຈຳ 16GB/32GB ແລະ​ຮອງ​ຮັບ microSD
- ໜ້າ​ຈໍ 5.9 ນິ້ວ Full HD IPS ຄວາມ​ລະອຽດ 1920 x 1080 ພິກ​ເຊວ ແບບ Slim Bezel (ຂອບ​ຈໍ​ບາງ)
- ກ້ອງ​ດ້ານ​ຫລັງ 13 ລ້ານ​ພິກ​ເຊວ ພ້ອມ OIS
- ກ້ອງ​ດ້ານ​ໜ້າ 2.1 ລ້ານ​ພິກ​ເຊວ
- ຮອງ​ຮັບ 3G ແລະ 4G LTE
- ເຊື່ອມ​ຕໍ່ Bluetooth Smart Ready (BT 4.0), USB, Wi-Fi (802.11 a/b/g/n/ac), NFC,
   SlimPort
- ຂະໜາດ​ໂຕ​ເຄື່ອງ 157.9 x 81.9 x 8.3 ມມ. ແລະ​ນ້ຳ​ໜັກ 172 ກຣາມ
- ລຳ​ໂພງ 1 ວັດ Hi-Fi
- ໂຕເຄື່ອງ​ມີ​ໃຫ້​ເລືອກ 3 ສີ ໄດ້​ແກ່ສີ​ຂາວ, ສີ​ຟ້າ ແລະ​ ສີ​ດຳ
- ແບັດ​ເຕີຣີ່ 3200mAh ສາມາດ​ຖອດ​ປ່ຽນ​ໄດ້.

ເບື້ອງ​ຕົ້ນ​ຍັງ​ບໍ່​ມີ​ຂໍ້​ມູນ​ວ່າ LG ຈະ​ເລີ່ມ​ວາງ​ຈຳ​ຫນ່າຍ​ມື້​ໃດ​ ແລະ​ ລາ​ຄາ​ເທົ່າໃດກໍຕ້ອງ​ຕິດ​ຕາມ​ລາຍ​ລະອຽດ​ກັນ​ອີກ ຄັ້ງ​ໃນ​ງານ World Mobile Congress 2014 ທີ່​ກຳ​ລັງ​ຈະ​ຈັດ​ຂຶ້ນ​ໃນ​ວັນທີ່ 24-27 ກຸມພາ​ນີ້ທີ່​ເມືອງ​ບາ​ເຊ​ໂລ​ນາປະ ເທດ​ສະ​ເປນ

ຂໍ້ມູນຈາກ: LG

ເບື້ອງ ​ຕົ້ນ​ຍັງ​ບໍ່​ມີ​ຂໍ້​ມູນ​ວ່າ LG ຈະ​ເລີ່ມ​ວາງ​ຈຳ​ໜ່າຍ​ມື້​ໃດ​ ແລະ​ລາ​ຄາ​ເທົ່າໃດ ກໍຕ້ອງ​ຕິດ​ຕາມ​ລາຍ​ລະອຽດ​ກັນ​ອີກຄັ້ງ​ໃນ​ງານ World Mobile Congress 2014 ທີ່​ກຳ​ລັງ​ຈະ​ຈັດ​ຂຶ້ນ​ໃນ​ວັນທີ່ 24-27 ກຸມພາ​ນີ້ ທີ່​ເມືອງ​ບາ​ເຊ​ໂລ​ນາ ປະເທດ​ສະ​ເປນ. - See more at: http://ecorneronline.com/lg-%e0%bb%80%e0%ba%9b%e0%ba%b5%e0%ba%94%e0%bb%82%e0%ba%95-lg-g-pro-2-%e0%ba%aa%e0%ba%b0%e0%ba%a1%e0%ba%b2%e0%ba%94%e0%bb%82%e0%ba%9f%e0%ba%99%e0%ba%ab%e0%ba%99%e0%bb%89%e0%ba%b2%e0%ba%88%e0%bb%8d-5-9#sthash.M5E1bCFP.dpuf

No comments

Post a Comment