ads

Feb 7, 2015

ຕໍ່ອາຍຸ Bettery ແນວໃດ? ໃຫ້ໃຊ້ງານໄດ້ຂ້າມມື້


ໜຶ່ງໃນປັນຫາໃຫຍ່ຂອງການໃຊ້ສະມາດໂຟນໃນປັດຈຸບັນ ຄືສິໜີບໍ່ພົ້ນເລື່ອງແບດໝົດ! ຖ້າຫາກວ່າມັນເກີດຂື້ນ ແລ້ວທ່ານຈະ ຕ້ອງເຊງຢ້າກຮ້າຍ (ຫຼາຍຄົນທີ່ໃຊ້ Smartphone ເຮັດວຽກໜ້າຈະຮູ້ດີ) ດັ່ງນັ້ນມື້ນີ້ເຮົາມາເບິ່ງນຳ ກັນວ່າມີປັດໃຈຫຍັງແດ່ ທີ່ຈະຊ່ວຍຕໍ່ຊີວິດສະມາດໂຟນຂອງເຮົາໃຫ້ຍາວຂ້າມມື້ໄດ້

ປິດ WiFi ຖ້າບໍ່ໄດ້ໃຊ້

ໂຕຮັບສັນຍານ WiFi ໃຜຈະຮູ້ໂຕນີ້ແຫລະ ໂຕກິນແບດເຕີລີໂຕສະກາດ ແລະ ມັນຍັງ ກິນຫຼາຍກ່ວາ 3G ນຳອີກດັ່ງ ນັ້ນຖ້າບໍ່ໄດ້ໃຊ້ກໍ່ປິດໄປເລີຍຈະດີກ່ວາ

3G ໃນພື້ນທີທີ່ບໍ່ມີສັນຍານກໍ່ກິນແບດໄດ້

ການໃຊ້ 3G ຫຼາຍຄົນທີ່ໃຊ້ງານຕະຫຼອດເວລາ ອາດຈະບໍ່ຮູ້ວ່າທີ່ແທ້ແລ້ວານປິດ 3G ເວລາບໍ່ໄດ້ໃຊ້ຈະຊ່ວຍປະຢັດ ແບດເຕີລີຂອງເຮົາໄດ້ຄືກັນ ໂດຍສະເພາະຖ້າແຖມນັ້ນບໍ່ມີສັນຍານ ເປີດໄປກໍ່ບໍ່ມີຄວາມໝາຍຫຍັງ


Sync ຖີ່ຫຼາຍກໍ່ກິນແບດເຕີລີໄດ້

ການອັບເດດແອບຕ່າງໆແບບ Auto-Update ຫຼື Auto-Sync ນັ້ນຖ້າຫາກວ່າເຮົາຈຳເປັນຕ້ອງອັບເດດ ຫຼື ຕິດຕາມ ແອບຢ່າງຈິງຈັງນັ້ນກໍ່ສະດວກດີພໍສົມຄວນ, ແຕ່ຖ້າບໍ່ທ່ານຮູ້ບໍ່ວ່າການເປີດ Auto-Update ຫຼື Auto-Sync ນັ້ນກິນ ແບດບໍ່ແມ່ນຂອງທຳມະດາ



ປິດ Bluetooth ກໍ່ສາມາດຊ່ວຍໄດ້

ເປັນແບບດຽວກັນກັບກໍລະນີຂອງ WiFi ຖ້າທ່ານຍັງບໍ່ຈຳເປັນຕ້ອງໃຊ້ກໍ່ໃຫ້ປິດມັນໄວ້ຈະດີກ່ວາ

ຕັ້ງ Sleepໜ້າຈໍໃຫ້ສັ້ນໆໄວ້

ການຕັ້ງຄ່າໃຫ້ໜ້າຈໍດັບອັດຕະໂນມັດ ກໍ່ເປັນອີກໜຶ່ງວິທີທີ່ຊ່ວຍໃຫ້ປະຢັດແບດໄດ້ ໂດຍໄລຍະທີ່ຕັ້ງໄວ້ບໍ່ຄວນເກີນ 1 ວິນາທີ

ບໍ່ຕັ້ງໃຫ້ສັ່ນກໍ່ປະຢັດແລ້ວ

ການຕັ້ງຄ່າກນແຈ້ງເຕືອນທຸກຢ່າງເປັນແບບສັ່ນ ເປັນອີກໜຶ່ງຢ່າງທີ່ກິນໄຟພໍສົມຄວນ ເພາະມີຖືຕ້ອງຈ່າຍໄຟໄປ ທີ່ມໍເຕີນ້ອຍໆເພື່ອເຮັດໃຫ້ມັນສັ່ນ


ນີ້ເປັນວິທີງ່າຍໆໃນການຊ່ວຍປະຢັດແບດເຕີລີ ແລະ ຊ່ວຍຢືດເວລາໃຫ້ໃຊ້ງານໄດ້ຂ້າມມື້

No comments

Post a Comment