ads

Sep 3, 2014

Samsung ເສຍສາມາດຄົ້ນຫາ ໄດ້ໂດຍ Find my mobile


ໃນຍຸກທີ່ Smartphone ເປັນອຸປະກອນອຳນວຍຄວາມສະດວກຂອງຊີວິດຝັນຮ້າຍ ຂອງຄົນໃຊ້ Smartphone ທີ່ທຸກ ຄົນບໍ່ຢາກພົບນອກຈາກເຄື່ອງມີການເປ່ເພແລ້ວ ຍັງມີເລື່ອງການສູນຫາຍບໍ່ວ່າຈະສູນຫາຍ ຈາກຄວາມປະໝາດ ຂອງຜູ່ໃຊ້ຫາຍ ຈາກການຖືກລັກຕ່າງໆ ບໍ່ມີໃຜຢາກພົບເຈິແນ່ນອນດັ່ງນັ້ນ, ເຮົາມາກຽມປ້ອງກັນ ເຫດການທີ່ບໍ່ ຄາດຄິດໂດຍການຕັ້ງຄ່າ Find my mobile ເຊິ່ງເປັນລູກຫຼິ້ນທີ່ Samsung ສ້າງມາເພື່ອນຳຫາເຄື່ອງ Samsung Galaxy ຂອງເຮົາໃຫ້ໄດ້ກັບຄືນມາ ສ່ວນການຕັ້ງຄ່ານັ້ນຕ້ອງເຮັດແນວໃດ? ເຮົາມາເບິ່ງກັນເລີຍ.

ວິທີຕັ້ງຄ່າໃຊ້ງານ Find my mobile

ການຕັ້ງຄ່າ Find my mobile ພຽງແຕ່ສະໝັກ ແລະ ຕັ້ງຄ່າ Samsung Account ເອົາໄວ້ໃນ Settings -> Accounts -> Samsung Account ພຽງເທົ່ານີ້ກໍ່ສາມາດນຳໃຊ້ Samsung Account ເຂົ້າໄປຄົ້ນຫາ Samsung Galaxy ຂອງເຮົາ ໄດ້ທີ່: Find my mobile

Find my mobile ສາມາດຈັດການຫຍັງກັບເຄື່ອງທີ່ເສຍໄດ້ແດ່?

ສິ່ງທີ່ໜ້າສົນໃຈໃນ Find my mobile ທີ່ຈະແນະນຳໃຫ້ໃຊ້ງານກັນມີ່ທັງໝົດ 4 ຢ່າງດັ່ງນີ້:

1. ສະແດງຕຳແໜ່ງລ່າສຸດຂອງເຄື່ອງ

Find my mobile ສາມາດສະແດງຕຳແໜ່ງລ່າສຸດຂອງໂທລະສັບມືຖືທີ່ໃຊ້ງານຢູ່ໄດ້ໂດຍສະແດງຕຳແໜ່ງລົງໃນ Google Maps ເຊິ່ງໃຫ້ຄວາມລະອຽດຂອງຕຳແໜ່ງ ສາມາດບອກຕຳແໜ່ງລ່າໃນຮອບ 12 ຊົ່ວໂມງ ຫາກໂທລະ ສັບມີການປ່ຽນສະຖານທີ່ຈາກຈຸດ ເກົ່າໄປຜູ້ໃຊ້ງານຕ້ອງເປີດ GPS ແລະ 3G ຂອງເຄື່ອງເອົາໄວ້ຕະຫຼອດເວລາ ເພື່ອສະແດງຕຳແໜ່ງຂອງເຄື່ອງ ແລະ ຫາກເຄື່ອງມີການຕໍ່ Wifi ຕຳແໜ່ງທີ່ໄດ້ຈະແນ່ນອນກ່ວາເກົ່າ.


2. ສັ່ງລ໋ອກເຄື່ອງ

ຫຼາຍຄົນບໍ່ໄດ້ຕັ້ງຄ່າໃຫ້ໃສ່ລະຫັດກ່ອນປົດລ໋ອກໜ້າຈໍ ເພື່ອສ້າງປະການຄວາມປອດໄພດ່ານທຳອິດ ໃນການປ້ອງ ກັນການເຂົ້າເຖິງຂໍ້ມູນໃນເຄື່ອງ Find my mobile ສາມາດສ້າງລະຫັດລ໋ອກໜ້າຈໍເປັນໂຕເລກ 4 ໂຕ ພ້ອມກັບຂຽນ ຂໍ້ຄວາມສົ່ງໄປສະແດງຜົນ ທີ່ໜ້າຈໍເຄື່ອງເຮົາໄດ້ທັນທີນອກຈາກນີ້ ຜູ່ໃຊ້ສາມາດໃສ່ເບີໂທລະສັບຮູ້ຄວາມເຄື່ອນ ໄຫວຂອງເຄື່ອງທີ່ເສຍໄປ ຫາກມີການປ່ຽນຊິມຈະມີການສົ່ງ SMS ແຈ້ງກັບມາທີ່ເບີໂທລະສັບທີ່ແຈ້ງກັບລະບົບ ໄວ້ເພື່ອຮູ້ເຖິງການເຄື່ອນໄຫວຂອງເຄື່ອງເຊັ່ນດຽວກັນ.


3. ບັນທຶກການໂທ

ຄວາມສາາດນີ້ ຖືວ່າເປັນຈຸດທີ່ແຕກຕ່າງຈາກລະບົບຄົ້ນຫາ Smartphone ຂອງລະບົບອື່ນໆເພາະ Find my mobile ສາມາດດຶງຂໍ້ມູນການ ໃຊ້ໂທລະສັບກັບມາສະແດງໃນ Account ຂອງເຮົາການດຶງຂໍ້ມູນທີ່ນີ້ ອາດເປັນຂໍ້ມູນທີ່ສຳຄັນ ທີ່ເຮັດໃຫ້ ສາມາດຊອກຫາເຄື່ອງໄດ້ເຊັ່ນດຽວກັນ.


4. ສັ່ງລ້າງຂໍ້ມູນທັງໝົດ

ໃນບາງກໍລະນີທີ່ຂ້ມູນອາດສຳຄັນກວ່າລາຄາເຄື່ອງ ການຍອມສະລະຖິ້ມເຄື່ອງເພື່ອຮັກສາຄວາມປອດໄພຂອງຂໍ້ ມູນ ອາດເປັນທາງອອກ ທີ່ດີກວ່າການຊອກຫາເຄື່ອງໃນ Find my mobile ສາມາດສັ່ງລ້າງຂໍ້ມູນໃນເຄື່ອງ ແລະ MicroSD ທັງໝົດໄດ້ທັນທີ ພ້ອມກັບການສັ່ງລ້າງເຄື່ອງ ໃຫ້ເປັນຄ່າມາດຕະຖານຈາກໂຮງງານຜ່ານເມນູນີ້ເຊັ່ນກັນ.


ຂໍ້ມູນຈາກ: Samsung

ຂໍ້ມູນ : Samsung
ສັ່ງລ້າງຂໍ້ມູນທັງໝົດ.
2   ສັ່ງລ໋ອກເຄື່ອງ.

No comments

Post a Comment