ads

May 29, 2014

The New iPad ແລະ ສິ່ງທີ່ທ່ານຕ້ອງການຮູ້ໃນ iPad ຫລຸ້ນນີ້


ທາງ Apple ໄດ້ອອກມາເປີດໂຕ iPad ຫລຸ້ນໃຫມ່ທີ່ມີຊື່ວ່າ The new iPad ໃນ The new iPad ນີ້ຈະມີຫນ້າຕາຄືກັບ iPad 2 ແຕ່ຈະມີການອັບເກດທາງດ້ານຮາດແວ ຫລື ສ່ວນທີ່ຢູ່ພາຍໃນເທົ່ານັ້ນເຊິ່ງໄດ້ແກ່ຫນ້າຈໍ Retina Display ສຳລັບ The new iPad ນີ້ຈະໃຊ້ຈໍທີ່ມີຄວາມລະອຽດສູງເຖິງ 3.1 ລ້ານພິກເຊວ 2048 x 1536 ເຊິ່ງມີຄວາມລະອຽດ ສູງກ່ວາ HDTV ທົ່ວໄປເຖິງ 1 ລ້ານພິກເຊວ.


ກ້ອງຖ່າຍຮູບທີ່ດີຂຶ້ນ: ໃນ The new iPad ຈະມາກັບກ້ອງ iSight ຄວາມລະອຽດ 5 ລ້ານພິກເຊວ, ເຊິ່ງສາມາດຖ່າຍ ວິດີໂອ ໄດ້ລະອຽດເຖິງ 1080p ແລະ ມີຄວາມສາມາດກວດຈັບໃບຫນ້າໄດ້ອີກດ້ວຍ ສຳລັບກ້ອງດ້ານຫນ້າແມ່ນຈະ ເປັນກ້ອງ VGA.


ໃຊ້ CPU A5X: CPU A5x ນັ້ນຈະເປັນ CPU ສອງແກນສະຫມອງເທົ້າກັບ A5 ທີ່ມີຢູ່ໃນ iPad 2 ແລະ iPhone 4S ແຕ່ໃນ A5X ຈະມາກັບ GPU ສີ່ແກນສະຫມອງ ເຊິ່ງຈະເຮັດໃຫ້ການສະແດງຜົນພາບ ແລະ ເກມໄດ້ດີຂຶ້ນຫລາຍ ເຖິງ 4 ເທົ່າຂອງ iPad 2.


ຮອງຮັບ 4G LTE ແລະ 3G ທົ່ວໂລກ: ໃນ The new iPad ນັ້ນຈະຮອງຮັບເຄຶອຂ່າຍຄວາມໄວສູງຢ່າງ 4G LTE, ແລະ ຍັງສາມາດຮອງຮັບເຄຶອຂ່າຍ 3G ໄດ້ທົ່ວໂລກທັງເຄຶອຂ່າຍ UMTS/HSPA/HSPA+/DC-HSDPA (850, 900, 1900, 2100 MHz) ແລະ GSM/EDGE (850, 900, 1800, 1900 MHz).

Dictation: ໃນ The new iPad ນີ້ຈະມາກັບຄວາມສາມາດທີ່ເອີ້ນວ່ານ້ອງຂອງ Siri ເລີ່ຍກໍວ່າໄດ້, ເຊິ່ງມັນຄື Dictation ທີ່ຈະມັນຈະຊ່ວຍພິມຂໍ້ຄວາມຕາມຄຳສັ່ງທີ່ເຮົາເວົ້າອອກໄປ.


ຢ່າງໃດກໍ່ຕາມໃນເລື່ອງຂອງລາຄາຂອງ iPad 2 ນັ້ນກໍ່ໄດ້ມີການລົງລາຄາເຫລຶອພຽງເລີ່ມຕົ້ນທີ່ $399 ເທົ່ານັ້ນສ່ວນ The new iPad ລາຄາແມ່ນມີດັ່ງນີ່:

- $499 ສຳລັບ WI-FI 16GB
- $599 ສຳລັບ WI-FI 32GB
- $699  ສຳລັບ WI-FI 64GB
- $629 ສຳລັບ WI-FI + 4G 16GB
- $729 ສຳລັບ WI-FI + 4G 16GB
- $829 ສຳລັບ WI-FI + 4G 16GB

ຂໍ້ມູນເພີ່ມເຕີມ: http://www.apple.com/ipad/features/

No comments

Post a Comment