ads

May 30, 2014

ລາຍລະອຽດກ່ຽວກັບບໍລິການ iCloud ບໍລິການໃຫມ່ຂອງ Apple


ຜະລີດຕະພັນທີ່ເປັນໂຕເອກຂອງງານ WWDC ກໍ່ອາດຈະຫນີບໍ່ຜົນໂຕນີ້ iCloud ເຊິ່ງເປັນບໍລິການທີ່ Apple ບອກ ວ່າຫລາຍກ່ວາບ່ອນເກັບຂໍ້ມູນ, ເພາະມັນຈະມາກັບການຊິ້ງຂໍ້ມູນທຸກຢ່າງໃນອຸປະກອນ iDevice ເຊັ່ນ: ຮູບ, ເພງ, ວິດີໂອ, Book, App, ການຕັ້ງຄ່າງຕ່າງໆ,​ ຂໍ້ມູນໃນ App, ເອກະສານ, ປະຕິທິນ, ເບີໂທຕິດຕໍ່ ແລະ ອື່ນໆອີກ.

ໂດຍໃນທຸກອຸປະກອນຂອງ iOS ແລະ Mac ທີ່ມີ ID ດຽວກັນຈະມີການຊິ້ງຂໍ້ມູນເຂົ້າດ້ວຍກັນ ເມຶ່ອມີການປ່ຽນແປງ ຂໍ້ມູນໃດ ຫນຶ່ງອຸປະກອນທຸກໂຕກໍ່ຈະປ່ຽນໄປນຳ, ຢ່າງເຊັ່ນ: ການຖ່າຍຮູບ, ຮູບທີ່ຖ່າຍກໍ່ຈະຖືກອັບໂຫລດໄປຍັງ iCloud ແລະ ຊິ້ງລົງໄປ ໃນອຸປະກອນຕ່າງໆທີ່ໃຊ້ ID ດຽວກັນໃນສ່ວນຂອງການດາວໂຫລດ ຫລື ການຊື້ Content ຕ່າງໆຈາກ Apple ມັນກໍ່ຈະຖືກຊິ້ງໄປຍັງອຸປະກອນທຸກໂຕ.

ຕົວຢ່າງ: ຫາກມີການຊື້ເພງ ຫນຶ່ງເພງໃນ iPhone ເພງດັ່ງກ່າວ ກໍ່ຈະຖືກດາວໂຫລດໄປໃນ iPad ຫລື iPod touch ເຄື່ອງທີ່ໃຊ້ ID ດຽວກັນ. ໃນກໍລະນີ້ເລື່ອງ App ເມຶ່ອຜູ້ໃຊ້ປ່ຽນໂທລະສັບໃຫມ່ ຫລື ຊື້ iPad ຫລື iPod ໃຫມ່ກໍ່ຈະ ສາມາດດຶງຂໍ້ມູນຕ່າງໆ ລົງມາເຄື່ອງໃຫມ່ໄດ້ທັນທີ ພຽງແຕ່ Sign In ເຂົ້າໄປໃນ iCloud ເທົ່ານັ້ນ.


ເນື່ອງຈາກມີບໍລິການ iCloud ແລ້ວ ກໍ່ເລີຍຕ້ອງມີ Document in the Cloud ຫລືວ່າ ເອກະສານໃນລະບົບ Cloud, ເຊິ່ງເປັນ ຟີເຈີຂອງການຈັດການເອກະສານຕ່າງໆ ເຊິ່ງຈະຊິ້ງໄປອຸປະກອນທຸກໂຕທີ່ເຊື່ອມຕໍ່ດ້ວຍ ID ດຽວກັນບໍ່ ວ່າຈະເປັນໄຟລ໌ ເອກະສານ ຫລື ການແກ້ໄຂເອກະສານກໍ່ຕາມ.

ຕົວຢ່າງ: ເມຶ່ອມີການສ້າງເອກະສານໃຫມ່ໃນ iPad ຜູ້ໃຊ້ທີ່ມີ iPhone ຫລື iPod  Touch ທີ່ໃຊ້ ID ດຽວກັນກໍ່ຈະມີ ເອກະສານ ນັ້ນປາກົດຂຶ້ນມາທັນທີ ແລະ ໃນຂະນະດຽວກັນ ຫາກມີການແກ້ໄຂໄຟລ໌ເອກະສານຈາກ iPhone ໃນ ເຄື່ອງ iPad ແລະ ເຄື່ອງ ອືນໆກໍ່ຈະມີການປ່ຽນແປງໄປນຳກັນທັນທີໂດຍອັດຕະໂນມັດ.

ເທົ່ານັ້ນຍັງບໍ່ພໍ Apple ຍັງເພີ່ມຄວາມສາມາດໃຫມ່ທີ່ຊື່ວ່າ Photo Stream ທີ່ຈະເກັບຮູບ ແລະ ຊິ້ງໄປຍັງຸອຸປະກອນ ຕ່າງໆ ລວມເຖິງ Apple TV ອີກດ້ວຍ ເຊິ່ງຈະສາມາດເກັບຮູບໄດ້ສູງສຸດພຽງ 1000 ຮູບ. ໃນ Photo Stream ເຊິ່ງ Photo Stream ຈະຈັດເກັບສະເພາະ 1000 ຮູບ. ຫລ່າສຸດ ແລະ ຈັດເກັບໄດ້ດົນພຽງ 30 ວັນ ເທົ່ານັ້ນ ແລະ ກໍ່ຈະຖືກ ລຶບອອກໄປໂດຍອັດຕະໂນມັດ (ຜູ້ໃຊ້ສາມາດຍ້າຍອອກໄປ Album ທົ່ວໄປໄດ້).

No comments

Post a Comment