ads

May 31, 2014

Android ແລະ Windows Phone ກຽມເພີ່ມ Kill Switch


Microsoft ຜູ້ຜະລິດມືຖື ແລະ ແທັບເລັດ ລະບົບປະຕິບັດການ Windows ກັບ Windows Phone ແລະ Google ຜູ້ຜະ ລິດລະບົບປະຕິບັດການ Android ໄດ້ລົງນາມຂໍ້ຕົກລົງກັບໄອຍາການສູງສຸດຂອງສະຫາລັດອາເມລິກາ (ນິວຢອກ) ເພື່ອ ເພີ່ມຟັງຊັ້ນ Kill Switch ໃນເຟີມແວລະບົບປະຕິບັດການຫລຸ້ນຕໍ່ໄປຂອງ Windows Phone ແລະ Android ເຊິ່ງຟີເຈີນີ້ ກຳລັງເປັນປະເດັນຮ້ອນທີ່ຄົນເວົ້າກັນຫລາຍເພາະ Kill Switch ເປັນມາດຕະຖານໃຫມ່ຂອງ ສະມາດໂຟນຫລຸ້ນທີ່ຈະ ອອກວາງຂາຍໃນສະຫາລັດອາເມລິກາ.


Kill Switch ເປັນລະບົບຮັກສາຄວາມປອດໄພໂດຍທຳງານແບບ ປິດການທຳງານເຄື່ອງ ແລະ ສັ່ງລົບຂໍ້ມູນສຳຄັນ ຂອງເຮົາຈາກໄລຍະໄກ ເຮັດໃຫ້ຄົນຮ້າຍ ຫລື ຄົນອື່ນທີ່ຈະລັກຂໍ້ມູນທີ່ສຳຄັນໃນມືຖືຂອງເຮົາບໍ່ສາມາດໃຊ້ມືຖືຂອງ ເຮົາໄດ້ເລີຍເຖິ່ງແມ່ນວ່າຈະເອົາ SIM card ອອກຈາກເຄື່ອງໄປແລ້ວກໍ່ຕາມ.


ຜູ້ທຳອິດທີ່ມີຟີເຈີ Kill Switch ນີ້ແມ່ນ iOS7 ຈາກ Apple ເຊິ່ງເຮັດໃຫ້ການລັກມືຖືຫລືອຸປະກອນ iOS ຫລຸດລົງ ເຖິງ 19% ນັບຕັ້ງແຕ່ເລີ່ມມີການໃຊ້ Kill Switch ເພາະ iOS 7 ນັ້ນມີຟີເຈີຊື່ວ່າ: Activation Lock ທີ່ເຮັດໃຫ້ຜູ້ໃຊ້ iOS ສາມາດປ້ອງກັນ ໄອໂຟນທີ່ຖືກປິດການໃຊ້ງານແລ້ວ ມາເປີດການໃຊ້ງານອີກຄັ້ງຫລັງຕັ້ງຄ່າເຄື່ອງໃຫມ່ (reactivate).

ຈາກຂໍ້ຕົກລົງທີ່ Microsoft ແລະ Google ລົງນາມໃຫ້ຄວາມຮ່ວມມືຜັກດັນ Kill Switch ຄາດວ່າຈະມີລາຍລະອຽດ ກ່ຽວກັບການທຳງານຂອງຟີເຈີໃຫມ່ນີ້ໃນງານ google i/o ຫລື ງານຖະແຫລງຂ່າວມືຖືໃຫມ່ຈາກ Microsoft ທີ່ຈະ ນຳມາສະເຫນີຟີເຈີດ້ານຄວາມປອດໄພ ໃນການລັກມືຖື ແລະ ມືຖືຫລຸ້ນໃຫມ່ໆຈະມີຟີເຈີ Kill Switch ຕິດມາກັບ ເຄື່ອງນຳອີກ.

ຂໍ້ມູນຈາກ: AP, CNET

No comments

Post a Comment