ads

Jul 6, 2014

ວິທີການຕິດຕັ້ງແປ້ນພິມພາສາລາວໃນ Windows Phone 8.1

ທ່ານສາມາດເພີ່ມແປ້ນພິມພາສາລາວ ຄືກັບແປ້ນພິມພາສາອື່ນໆ ໂດຍການເຂົ້າໄປທີ່ Settings -> keyboard -> add keyboards ເລືອກ Lao ຄລິກທີ່່ປຸ່ມຫມາຍຖືກຢູ່ລຸ່ມ


ສໍາລັບແປ້ນພິມແບບລາກສຳລັບພາສາອັງກິດ, ແປ້ນພິມແບບລາກ ທີ່ບໍລິສັດ Microsoft ພັດທະນາຂຶ້ນມາເອງ ໂດຍ ອີງໃສ່ ແອບແປ້ນພິມຂອງລະບົບ Android ທີ່ຮູ້ຈັກກັນດີໃນຊື່ Swype keyboard ຄວາມສາມາດແມ່ນເວລາເຮົາພິມ ເຮົາສາມາດ ແຕະທີ່ຕົວອັນສອນເລີ່ມຕົ້ນ ແລ້ວລາກມັນໄປຫາຕົວອັກສອນຖັດໄປເລື້ອຍໆຈົນຈົບ ຄຳສັບໄດ້ເລີຍ ໂດຍບໍ່ຕ້ອງປ່ອຍມື ເວລາພິມພາສາອັງກິດແລ້ວໃຊ້ຄວາມສາມາດນີ້ ຈະເຮັດໃຫ້ເຮົາພິມໄດ້ໄວຂຶ້ນຫລາຍ ແລະ ຈາກ ການທົດລອງພົບວ່າ ການເດົາຄຳສັບຂອງມັນມີຄວາມແນ່ນອນສູງ ສົມລາຄາທີ່ສາມາດທຳລາຍສະຖິຕິໂລກ ໂດຍ ການພິມ 120 ຄຳສັບໃນເວລາ 40 ວິນາທີ ໂດຍບໍ່ຜິດຈັກຄຳ

ຢ່າງໃດກໍ່ຕາມ ຄວາມສາມາດນີ້ສາມາດປິດເປີດໄດ້ຕາມໃຈ ນອກຈາກນັ້ນການເດົາຄຳສັບຂອງແປ້ນພິມພາສາອັງ ກິດເວລາພິມຍັງສາມາດສະເຫນີ Emoji (aka Emoticon) ໃຫ້ສອດຄ່ອງກັບຄຳສັບທີ່ເຮົາພິມໄດ້ ແລະ ຖ້າເຮົາຕື່ມຄຳ ສັບທີ່ເປັນພາສາ Karaoke ໃສ່ກໍສາມາດໃຊ້ Swype ພາສາ Karaoke ໄດ້ເຊັ່ນກັນ


ຫມາຍເຫດ: ໃນຕອນນີ້ແມ່ນສະເພາະເຄື່ອງທີ່ update ເປັນ Windows Phone 8.1 Preview for Developer ເທົ່ານັ້ນ ທີ່ຈະມີແປ້ນພິມພາສາລາວ ສ່ວນໃຜຢາກລອງອັບເດດແມ່ນສາມາດອ່ານບົດຄວາມນີ້ໄດ້ເລີຍ “ວິທີການອັບເດດ Windows Phone 8.1 Preview for Developer (ພາກທີ 1)”

No comments

Post a Comment