ads

Apr 1, 2014

ຫົວຫນ້າໂຄງການ Android ເນັ້ນເປີດກ້ວາງອິດສະຫລະຄວາມ ປອດໄພບໍ່ແມ່ນອັນດັບຕົ້ນໆ


ມີຄວາມເຫັນທີ່ຫນ້າສົນໃຈຈາກການໃຫ້ສຳພາດ ຂອງຜູ້ບໍລິຫານສູງສຸດທີ່ຮັບຜິດຊອບ ເບິ່ງແຍງການພັດທະນາ ແຟັດຟອມລະບົບປະຕິບັດການ Android ທ່ານ Sundar Pichai ໄດ້ເວົ້າວ່າ: ລະບົບປະຕິບັດການມືຖືຍອດນິຍົມນີ້ ຖືກອອກແບບມາເພື່ອເນັ້ນ ໃນເລື່ອງຂອງການເປີດກ້ວາງ ແລະ ມີຄວາມເປັນອິອສະຫລະເປັນປະເດັນສຳຄັນຊຶ່ງກໍ່ ອາດຈະແລກມານຳເລື່ອງຄວາມສ່ຽງໃນຄວາມປອດໄພແນ່ນອນເປັນບາງເທື່ອ.

ເຊິ່ງທ່ານໄດ້ຕອບຄຳຖາມກ່ຽວກັບເລື່ອງຂອງປະລິມານແອັບພິເຄຊັ້ນປະເພດ Malware ຊຶ່ງຖ້າສວຍໂອກາດໃນ ການເຈາະລະບົບ ຫລື ຂໍ້ມູນສຳຄັນຂອງຜູ້ໃຊ້ງານ ໂດຍຕອບຮັບວ່າເຮົາບໍ່ສາມາດຮັບຮອງໄດ້ວ່າລະບົບ Android ນັ້ນຈະປອດໄພສູງສຸດ ເນື່ອງຈາກຮູບແບບທີ່ອອກແບບມານັ້ນເນັ້ນຄວາມເປັນອິດສະຫລະໃຫ້ສາມາດປັບແຕ່ງໄດ້ ແລະ ເມື່ອງເວົ້າຖິງການຈູ່ໂຈມຂອງ Malware ໃນລະບົບຂອງ Android ກໍ່ເປັນເລື່ອງທີ່ບໍ່ສາມາດຫລີກລ້ຽງໄດ້ ເນື່ອງຈາກໄດ້ຮັບຄວາມນິຍົມສູງ ແລະ ຜູ້ໃຊ້ງານກໍ່ຫລາຍເຊິ່ງຖ້າລາວເປັນບໍລິສັດໃຕ້ດິນ ທີ່ກ່ຽວຂ້ອງໃນເລື່ອງ ແບບນີ້ ເຂົາກໍ່ເລືອກເປົ້າຫມາຍໃນການປະຕິບັດການກັບ Android ແບບດຽວກັນ.

ຂໍ້ມູນຈາກ: gsmarena

No comments

Post a Comment