ads

Feb 17, 2014

Toshiba ເປີດໂຕຮາດດິດ 5TB ຕົ້ນແບບ

ສົງຄາມຄວາມຈຸເລີ່ມດຸເດືອດຂື້ນທຸກມື້ໃນຊ່ວງເວລານີ້ Toshiba ກໍ່ໄດ້ປະກາດໂຕວ່າມີຮາດດິດໂຕຕົ້ນແບບຂະ ຫນາດຄວາມຈຸເຖິງ 5TB ຢູ່ໃນມືແລ້ວ! ແລະ ກຽມຈະສົ່ງໂຕທົດລອງນີ້ໃຫ້ກັບສື່ຕ່າງໆໄດ້ທົດລອງກັນຊ້າສຸດປະ ມານທ້າຍເດືອນກຸມພານີ້.

Toshiba ເປີດໂຕຮາດດິດ 5TB ທ້າຊົນ Seagate ແລະ Wester Digital

ເຊິ່ງຮາດດິດຂະຫນາດ 5TB ຂອງ Toshiba ນັ້ນຫມາຍຫມັ້ນປັ້ນມືວ່າຈະອອກມາເພື່ອທ້າປະລອງຍຸດກັບຄູ່ແຂ່ງ ຢ່າງ Seagate ແລະ Wester Digital ໂດຍໂຕຮາດດິດ 5TB ຈາກ Toshiba ນັ້ນຈະໄດ້ປຽບຄູ່ແຂ່ງຢູ່ບ່ອນວ່າ ຈະມີຄວາມໄວໃນການຂຽນ ແລະ ອ່ານຫລາຍກ່ວາຮາດດິດຈານຫມຸນທົ່ວໄປເຖິງ 24% ແລະ ມີອັດຕາການໃຊ້ ພະລັງງານທີ່ປະຢັດກ່ວາເຖິງ 20%.

ແລະຮາດດິດຂະຫນາດ 5TB ຂອງ Toshiba ຈະມີຂະຫນາດ 3.5 ນິ້ວ ມາພ້ອມກັນ 2 ຫລຸ້ນແບ່ງຕາມການ ເຊື່ອມຕໍ່2 ຮູບແບບທັງ MG04SCA (ເຊື່ອມຕໍ່ແບບ SAS) ແລະ MG04ACA (ເຊື່ອມຕໍ່ແບບ SATA) ເຊິ່ງທັງສອງ ໂຕມີຄວາມໄວຈານຫມຸນທີ່ 7,200 RPM ພ້ອມດ້ວຍ buffer ຂະຫນາດ 64MB ແລະ 128MB ນອກຈາກນີ້ຮາດ ດິດ Tosihba ກໍ່ຍັງມີຟຣີເຈີ Sanitize Device ທີ່ສາມາດ Sweep ຮາດດິດໄດ້ຢ່າງງ່າຍດາຍ ໂດຍບໍ່ເຮັດໃຫ້ເກີດ ອັນຕະລາຍກັບຂໍ້ມູນ ແລະ ສຳລັບໃຜທີ່ຢາກເອົາໄວ້ໄປເກັບຫນັງກໍ່ຕ້ອງຖ້າ ກັນຫນ້ອຍຫນຶ່ງເຊິ່ງຄາດວ່າຫນ້າຈະ ມີຂາຍຢ່າງໄວສຸດປະມານເດືອນມີນານີ້ ຢ່າງແນ່ນອນສຳລັບລາຄາແມ່ນຄືສິແພງພໍສົມຄວນ...

ຫມາຍເຫດ: ຮາດດິດຂະຫນາດ 5TB ຂອງ Toshiba ບໍ່ໄດ້ໃຊ້ເທັກໂນໂລຊີ ຮຽນແບບດຽວກັບ HGST 6TB ແຕ່ຢ່າງໃດແຕ່ຍັງໃຊ້ຈານຫມຸນແບບເກົ່າ.

ຂໍ້ມູນຈາກ: VR-Zone, Toshiba (JP)

No comments

Post a Comment