ads

Feb 16, 2014

ວິທີຊື້ SD Card ໃຫ້ເຫມາະສົມ ກັບອຸປະກອນຂອງທ່ານ


ໄລຍະນີ້ເຫັນວ່າຫລາຍຄົນຈະມີອຸປະກອນອີເລກໂທນິກຫລາຍແບບ ໂດຍສະເພາະທີ່ ມີແນ່ນອນຄືສະມາດໂຟນ ຮອງລົງມາ ແລະ ຂາດບໍ່ໄດ້ສຳລັບຄົນມັກທ່ອງທ່ຽວຄືກ້ອງ ດິດຈີຕ້ອນ ແລະ ກ້ອງວີດີໂອລວມໄປເຖິງອຸປະກອນ ແທັບເລັດ Android ບາງໂຕທີ່ ຮອງຮັບໃສ່ Micro SD Card ໄດ້ນຳ ແລະ ມີຄຳຖາມວ່າເຮົາຄວນເລືອກຊື້ SD Card ຫລື Micro SD Card ແບບໃດ? ໃຊ້ໄດ້ກັບອຸປະກອນຂອງເຮົາຫລືບໍ່? ແລະຄວນຊື້ Class ແບບໃດແດ່? ມື້ນີ້ເຮົາໄດ້ ລວບລວມຂໍ້ມູນກ່ຽວກັບ SD Card ມາຝາກ.


SD Card ຊື່ເຕັມແມ່ນ Secure Digital Card ເປັນຫນ່ວຍຄວາມຈຳສະນິດຫນຶ່ງ Flash Memory ສ່ວນຫລາຍແມ່ນ ໃຊ້ກັບອຸປະກອນອີເລັກໂທນິກຕ່າງໆ ສ່ວນຫລາຍແມ່ນນິຍົມໃຊ້ກັບກ້ອງດິດຈີຕ້ອນ ເຄື່ອງຫລິ້ນເພງ MP3 ກ້ອງ ວີດີໂອ ແຕ່ປະຈຸບັນນີ້ຫນ່ວຍຄວາມຈຳເປັນທີ່ນິຍົມຫລາຍໃນກ້ອງດິດຈິຕ້ອນ ກ້ອງວີດີໂອ ແລະ ກ້ອງລະດັບໂປຣ DSLR ຊຶ່ງຕ້ອງການຫນ່ວຍຄວາມຈຳທີ່ສົ່ງຂໍ້ມູນໄດ້ຢ່າງໄວນຳ.


ປະຈຸບັນນີ້  SD Card ກໍ່ມີຫລາຍຊື່ຂື້ນມາຕົວຢ່າງ SD Card, SDHC Card, SDXC Card ມີຫລາຍຊື່ແບບນີ້ເປັນ ຊື່ທີ່ຂື້ນຢູ່ກັບຂະຫນາດຄວາມຈຸຂອງຫນ່ວຍຄວາມຈຳ.


ໂດຍ SD Card (Secure Digital) ມີຂະຫນາດຄວາມຈຸຕັ້ງແຕ່ 4MB–4GB ສ່ວນ SDHC Card (Secure Digital High Capacity) ເປັນກາດທີ່ມີຂະຫນາດຄວາມຈຸ 4 GB–32GB ແລະ SDXC Card (Secure Digital eXtended Capacity) ເປັນກາດທີ່ມີຂະຫນາດຄວາມຈຸສູງຕັ້ງແຕ່ 32GB-2TB ເລີຍ.

ໂດຍສະຫລຸບແລ້ວພວກ SD CARD ທຳມະດາແລະ SDHC CARD ສາມາດໃຊ້ກັບອຸປະກອນຕ່າງໆໄດ້ ໂດຍໂຕ ກາດຂະຫນາດມາດຕະຖານ ໃຊ້ສຳລັບກ້ອງວີດີໂອ ກ້ອງດິດຈີຕ້ອນກ້ອງ DSLR ແລະ SD CARD ຂະຫນາດ ນ້ອຍຢ່າງ Micro SD Card ສາມາດໃຊ້ກັບສະມາດໂຟນ ແທັບເລັດ mifi ແລະກ້ອງ compact ບາງໂຕນຳໂດຍການ ທຳງານບໍ່ຕ່າງຈາກ SD CARD ຂະຫນາດມາດຕະຖານ.


ສ່ວນ SDXC ເຫມາະສຳລັບເປັນຄວາມຈຳຂອງຄອມພິວເຕີ ເພາະຄວາມຈຸສູງຫລາຍ ແຕ່ກໍ່ສາມາດໃຊ້ກັບກ້ອງ ໂປຣ ແລະ ກ້ອງວີດີໂອ ທີ່ສະເປັກຮອງຮັບ SDXC ບາງໂຕເພາະການບັນທືກວີດີໂອ HD ນັ້ນຕ້ອງໃຊ້ຫນ່ວຍຄວາມ ຈຳສູງຄືກັນ ຈາກພາບຂ້າງເທິງເປັນ CANON EOS ທີ່ລະບຸສະເປັກວ່າສາມາດໃຊ້ກັບ SDXC ໄດ້.


ເທື່ອນີ້ທັງ SD CARD, SDHC CARD ແລະ SDXC ກາດມີແບບ Micro ນຳອີກທີ່ນິຍົມເອີ້ນກັນວ່າ Micro SD Card ເປັນຂະຫນາດນ້ອຍ ແຕ່ຂະຫນາດຄວາມຈຳສູງໃຊ້ກັບສມາດໂຟນ ແລະ ອຸປະກອນພົກພາຕ່າງໆເຊັ່ນ MIFI, ແທັບເລັດເປັນຕົ້ນ ທັງນີ້ Micro SD CARD ສາມາດສຽບກັບ Micro SD Adaptor (ເຊິ່ງສ່ວນໃຫຍ່ມາພ້ອມ ກັບ Micro SD Card ຢູ່ແລ້ວ) ເພື່ອມາໃຊ້ສຽບກັບຊ່ອງສຽບ SD Card Reader ຂະຫນາດໃຫຍ່ໄດ້.


ໃນແຕ່ລະກາດກໍ່ມີ Class Speed ໃຫ້ເລືອກນຳອີກ Class ແມ່ນຄວາມໄວໃນການອ່ານ, ຂຽນຂໍ້ມູນ ໂດຍຄວາມໄວ ກາດໃນການອ່ານຂໍ້ມູນມີຫລາຍ Speed ໃຫ້ເລືອກທີ່ນິຍົມນຳມາຂາຍຄື Class 2, 4, 6, 10.


ຖ້າເຮົາຊື້ Micro SD ແບບ SDHC ກາດຄວາມຈຸ 16GB Class 4 ຈະມີຄວາມສາມາດໃນການອ່ານ-ຂຽນ ຂໍ້ມູນ ຄວາມໄວ 4MB ຕໍ່ວິນາທີ ແຕ່ຖ້າເຮົາຊື້ Class 10 ຈະສາມາດອ່ານ-ຂຽນ ຂໍ້ມູນໄດ້ໄວເຖິງ 10MB ຕໍ່ວິນາທີ ນັ້ນກໍ່ ຫມາຍຄວາມວ່າ Class 10 ສາມາດໂອນຖ່າຍຂໍ້ມູນໄດ້ໄວກ່ວາ Class 4 ເຖິງແມ່ນວ່າຈັງໃດກໍ່ຕາມເຮົາຕ້ອງເລືອກ Class ໃຫ້ສອດຄ່ອງກັບອຸປະກອນອີເລັກໂທນິກຂອງເຮົານຳ.

ໂດຍ Class 10 ນີ້ເຫມາະສຳລັບສະມາດໂຟນລະດັບສູງເຊັ່ນ Samsung Galaxy Note 3, Samsung Galaxy S4, HTC ONE MAX ແລະມືຖືກສະເປັກສູງໆ ກັບກ້ອງແບບໂປຣ DSLR ເປັນຕົ້ນທີ່ຈະໃຊ້ Class 10 ໄດ້ເຖິງວ່າລາ ຄາກາດຈະສູງກ່ວາ Class ອື່ນໆແຕ່ກໍ່ກາຍເປັນ Class ທີ່ນິຍົມຂອງຄົນໃຊ້ມືຖືສະເປັກສູງໆ ແລະ ມີແນວໂນ້ມວ່າ ລາຄາຈະຫລຸດລົງ ສ່ວນຖ້າເປັນກ້ອງດິດຈິຕ້ອນທົ່ວໄປ ຫລື ມືຖືສະເປັກທົ່ວໄປທີ່ບໍ່ສູງປານໃດ ແນະນຳໃຫ້ເລືອກ Class 4 ກໍ່ເຫມາະສົມແລ້ວຊຶ່ງມີຂາຍທົ່ວໄປ.


ສ່ວນບາງໂຕຫລັງ Class 10 ແລ້ວມີສັນຍາລັກເລກ 1 ໃນໂຕ U ນັ້ນເອີ້ນວ່າ Class UHS-1 (ຫຍໍ້ມາຈາກ Ultra- High Speed Bus 1) ມີຄວາມໄວໃນການອ່ານ-ຂຽນຂໍ້ມູນສູງເຖິງ 104MB/ ວິນາທີ ແລະ 300MB/ ວິນາທີ) ອ່ານ ໄດ້ໄວກ່ວາ Class 10 ທຳມະດາ ໃຊ້ໄດ້ກັບສະມາດໂຟນ ແທັບເລັດ ກ້ອງດິດຈິຕ້ອນ ກ້ອງວີດີໂອໄດ້ທຸກ ຫລຸ້ນ ແຕ່ ຈະເຫມາະສຸດສຳລັບການບັນທືກວີດີໂອແບບ full 1080p HD ແລະ ວີດີໂອ 3 ມິດຕິ ລວມເຖິງກ້ອງມື ອາຊີບທີ່ຕ້ອງ ຖ່າຍພາບຕໍ່ເນື່ອງ ຄຸນນະພາບຂອງຮູບສູງ ຊຶ່ງລາຄາກາດແພງກ່ວາ Class 10 ທຳມະດາ.

ຂໍ້ມູນຈາກ: Amazon, Kingston

No comments

Post a Comment