ads

Feb 25, 2014

ຊຳ​ຊຸງ​ເປີດໂຕ Galaxy S5 ສະມາດໂຟນ ​ກັນ​ນ້ຳ​ກັນ​ຝຸ່ນພ້ອມ​ເຊັນ​ເຊີ​ສະ​ແກນ​ລາຍ​ນິ້ວ​ມື


ໃນ​ປີ​ນີ້​ຊຳ​ຊຸງ​ຍັງ​ຄົງ​​ອອກ​ແບບ​ຮູບຊົງຂອງ​ໂຕ​ເອງ​ຕັ້ງ​ແຕ່ S3 ຈົນ​ເຖິງ S5 ກໍ​ຍັງ​ໜ້າ​ຕາ​ບໍ່​ຕ່າງ​ຈາກ​ເດີມ​ ທີ່​ເຫັນ​ໄດ້​ຊັດເຈນ​ຄື​ຝາ​ຫລັງ​ມີ​ລວດ​ລາຍ​ສະຫວ່າງ​ກວ່າ​ຮຸ່ນ​ກ່ອນ​ໜ້ານີ້ ແລະ​ປຸ່ມ​ເມ​ນູ​ທາງດ້ານ​ໜ້າ​ໄດ້​ຫາຍ​ໄປ​ ກາຍ​ເປັນ​ປຸ່ມ recent apps ໄປ​ແທນ.

ສະ​ເປັກ​ຂອງ Galaxy S5 ຈັດ​ວ່າ​ຫົວ​ແຖວຂອງສະມາດໂຟນ​ໃນ​ປະຈຸບັນ​ແນ່ນອນສະ​ເປັກ​ເຕັມໆມີ​ດັ່ງ​ນີ້:

  • ໜ້າ​ຈໍ Super AMOLED ຂະໜາດ 5.1″ ຄວາມ​ລະອຽດ 1920×1080 ພິກ​ເຊວ (432PPI)
  • ຊີ​ພີ​ຍູ Snapdragon 801 Quad core ​ຄວາມ​ຖີ່ 2.5GHz
  • ມາພ້ອມກັບ Android  4.4.2 ຄອບ​ທັບ​ດ້ວຍ TouchWiz
  • ຫນ່ວຍ​ຄວາມ​ຈຳ​ພາຍ​ໃນ 16GB-32GB (ສາມາດເພີ່ມ micro SD) ແຣມ 2GB
  • ກ້ອງ​ຫລັງ 16MP ໂຟ​ກັດ​ໄດ້​ໄວ​ສຸດ 0.3 ວິ​ນາ​ທີ ຖ່າຍ​ວິ​ດີ​ໂອ​ໄດ້​ລະ​ດັບ 4K, ກ້ອງ​ໜ້າ 2.1MP.
  • ຮອງ​ຮັບ LTE, NFC, Wi-Fi 802.11ac ແລະ MIMO
  • ກັນ​ນ້ຳ​ກັນ​ຝຸ່ນ​ໃນ​ລະ​ດັບ​ມາດຕະຖານ IP67
  • ເພີ່ມ​ໂຕ​ສະ​ແກນ​ລາຍ​ນິ້ວ​ມື​ເຂົ້າໄປ​ໃນ​ປຸ່ມ​ໂຮມ (ຕ້ອງໃຊ້​ນິ້ວ​ເພື່ອ​ໃຊ້​ງານ) ແລະ​ມີ​ເຊັນ​ເຊີ​
       ວັດ​ອັດຕາ​ການ​ເຕັ້ນ​ຫົວ​ໃຈ​ທາງລຸ່ມຂອງເລນສ໌​ກ້ອງ (ຕ້ອງ​ແຕະ​ນິ້ວ​ຄ້າງໄວ້).
  • USB 3.0 ຄືກັນ​ກັບ Galaxy Note 3
  • ໂຕ​ເຄື່ອງ​ບາງ 8.1 ມມ. ແບັດ​ເຕີຣີ່ 2,800mAh

ທາງ​ຝັ່ງຊອບແວ​ມີ​ການ​ປັບຫນ້າຕາ​ຂອງ TouchWiz ໄປ​ຫລາຍ​ພໍ​ສົມຄວນ ໃນ​ພາບ​ລວມ​ຄື​ໄອ​ຄອນ​ແຟ​ລດ​ຂຶ້ນ, ໂລ່ງ​ຂຶ້ນ​ຢ່າງ​ເຫັນ​ໄດ້​ແຈ້ງ ຟີ​ເຈີ​ໃໝ່​ທີ່​ເພີ່ມ​ເຂົ້າ​ມາ​ມີ​ດັ່ງ​ນີ້:
  • Ultra Power Saving Mode ໂໝດ​ປະ​ຫຍັດ​ພະລັງ​ງານ​ສຳລັບ​ຍາມ​ວິກິດ ປັບ​ໜ້າ​ຈໍ​ເປັນ​ຂາວ​ດຳ ໃຊ້​ງານ​ໄດ້​ອີກ 24 ຊົ່ວ​ໂມງ​ແມ່ນ​ຈະ​ເຫລືອ​ແບດ​ເຕີຣີ່​ພຽງ 10%.
  • ລະບົບ​ສະ​ແກນ​ລາຍ​ນິ້ວ​ມື​ສຳລັບ​ໃຊ້​ງານ​ຮ່ວມ​ກັບ​ການ​ຈ່າຍ​ເງິນ ໃຊ້​ໄດ້​ຜ່ານ Samsung Store ຈ່າຍ​ດ້ວຍ PayPal.
  • Selective Focus ເລືອກ​ຕຳແໜ່ງ​ສະຫວ່າງຂອງ​ພາບ​ໄດ້
  • Download booster ເພີ່ມ​ຄວາມ​ໄວ​ດາວ​ໂຫລດ​ໄຟລ໌​ດ້ວຍ​ການ​ໃຊ້ Wi-Fi ແລະ LTE ຮ່ວມ​ກັນ (ໄຟລ໌​ຕ້ອງ​ໃຫຍ່​ກວ່າ 30MB)
  • S Health 3.0 ເຮັດວຽກ​ຮ່ວມ​ກັບ​ເຊັນ​ເຊີ​ໃນໂຕ​ເຄື່ອງ
  • Kids Mode ສຳລັບ​ໃຫ້​ພໍ່​ແມ່​ຈຳ​ກັດ​ການ​ເຂົ້າ​ເຖິງ​ຂອງ​ລູກໆ
  • Private Mode ສຳລັບ​ຄົນ​ມີ​ຄວາມ​ລັບ
ຊຳ​ຊຸງ​ລະ​ບຸ​ວ່າ Galaxy S5 ຈະ​ເລີ່ມ​ຂາຍ​ທົ່ວ​ໂລກ​ເດືອນເມສານີ້​ເຊິ່ງມີ 4 ​ສີ ດຳ, ຟ້າ, ຂາວ ແລະ​ ຄຳ (Copper Gold) ແຕ່​ຍັງ​ບໍ່​ລະ​ບຸ​ລາ​ຄາ.





No comments

Post a Comment