ads

Feb 6, 2014

ClockworkMod ແມ່ນຫຍັງ?


ຄໍາວ່າ ClockworkMod Recovery (CWM) ແລະ TWRP Recovery (Team Win Recovery Project) ອາດຈະ ໄດ້ຍິນກັນເລີຍໆໃນເລື່ອງຂອງການຕິດຕັ້ງ Custom Rom ຫລື ການ Backup ດັ່ງນັ້ນບົດຄວາມນີ້ ຈະມາອະທິບາຍ ໃຫ້ເຂົ້າໃຈຫລັກໆວ່າເປັນຫຍັງຫລາຍໆຄົນມັກລົງ CWM ໃສ່ເຄື່ອງໂຕເອງຫລືຄວາມສາມາດທີ່ຫລາຍໆຄົນມັກ ໃຊ້ໃນ ClockworkMod Recovery ແລະ TWRP Recovery ເຮົາມາເບິ່ງເປັນຂໍ້ໆໄປນໍາກັນເລີຍ


ClockworkMod (CWM) ແລະ TWRP ມັນແມ່ນຫຍັງ?

ClockworkMod ຫລື TWRP ມັນກໍ່ເປັນໂປຣແກຣມປະເພດຫນຶ່ງ ທີ່ເຮົາບໍ່ຈໍາເປັນຕ້ອງ Boot ເຂົ້າລະບົບກໍ່ສາມາດ ເອີ້ນໃຊ້ງານມັນໄດ້ ໂດຍທົ່ວໄປແລ້ວແມ່ນໂທລະສັບບາງຫລຸ້ນ ກໍ່ໄດ້ມີການຕິດຕັ້ງມາໃຫ້ກັບໂຕເຄື່ອງເລີຍແຕ່ CWM ໂຕນັ້ນແມ່ນຈະມີຄວາມສາມາດທີ່ຈໍາກັດຫລາຍ ເພື່ອຫລີກລ້ຽງບໍ່ໃຫ້ມີການແກ້ໄຂລະບົບນັ້ນເອງ.




ClokworkMod (CWM) ແລະ TWRP ມັນຕ່າງກັນແນວໃດ ຫລື ມັນແມ່ນອັນດຽວກັນບໍ່?

ໂດຍລວມແລ້ວ ແມ່ນມັນຈະມີຄວາມສາມາດທີ່ໃກ້ຄຽງກັນຫລາຍ ແຕ່ຫນ້າຕາກັບການໃຊ້ງານຈະຕ່າງກັນຫນ້ອຍ ຫນຶ່ງເຊັ່ນ: ClockworkMod Recovery (CWM) ແມ່ນຈະໃຊ້ Volume Up, Volume Down ແລະ Power ເປັນໂຕ ຈັດການແລະ TWRP Recovery ແມ່ນຈະໃຊ້ການສໍາພັດເປັນໂຕຈັດການມັນ ກໍ່ແລ້ວແຕ່ວ່າເຮົາຈະເລືອກ ຫລື ມັກ ໃຊ້ແບບໃດ (Physical Button or Touch Control)



CWM ຫລື TWRP ມັນເຮັດຫຍັງໄດ້ແດ່?

ຄວາມສາມາດຂອງ CWM ຫລື TWRP ນັ້ນຫລັກໆແມ່ນ
  1. ໃຊ້ເພື່ອເປັນການ Full Backup ແລະ Full Restore (Backup ຫລື Restore ທຸກສິ່ງທຸກຢ່າງທີ່ມີຢູ່ໃນເຄື່ອງ).
  2. ໃຊ້ເພື່ອເປັນການຕິດຕັ້ງ Kernel, Custom Rom, Mod ຕ່າງໆ ຫລື ບາງເທື່ອເຮົາກໍ່ໃຊ້ CWM ນີ້ເປັນການ Root ໂທລະສັບເຮົານັ້ນເອງ ແລະ ອີກຫລາຍໆຢ່າງແຕ່ຫລັກໆກໍ່ຈະໃຊ້ພວກນີ້ເປັນຫລັກ.

ເຮົາຈໍາເປັນບໍ່ຕ້ອງຕິດຕັ້ງ CWM ຫລື TWRP?

ບໍ່ຈໍາເປັນ

ລົງ CWM ຫລື TWRP ແລ້ວເຄື່ອງເຮົາຈະມີບັນຫາຫຍັງບໍ່?

ການຕິດຕັ້ງ CWM ຫລື TWRP ນີ້ແມ່ນເຄື່ອງບໍ່ໄດ້ມີບັນຫາຫຍັງ ການໃຊ້ງານໂທລະສັບກໍ່ຄືໃຊ້ງານແບບທົ່ວໄປ ບໍ່ໄດ້ມີຜົນຫຍັງຕໍ່ລະບົບ


ຕ້ອງ Root ກ່ອນບໍ່ຈິ່ງຕິດຕັ້ງ CWM ຫລື TWRP ໄດ້?

ໃນເລື່ອງນີ້ແມ່ນມັນກໍ່ແລ້ວແຕ່ຫລຸ້ນນັ້ນໆ ເພາະບາງຫລຸ້ນກໍ່ຕ້ອງ Unlock bootloader ກ່ອນ (ຄືດັ່ງກໍລະນີ Unlock Bootloader ຂອງ HTC) ແລ້ວກໍ່ຕິດຕັ້ງ CWM ຫລື TWRP ໄດ້ເລີຍທັນທີແຕ່ບາງຫລຸ້ນ ກໍ່ຕິດຕັ້ງໄດ້ເລີຍໂດຍບໍ່ ຕ້ອງ Unlock bootloader.


CWM ຫລື TWRP ແຕ່ລະຫລຸ້ນແມ່ນໃຊ້ອັນດຽວກັນເລີຍໄດ້ບໍ່?

CWM ຫລື TWRP ແຕ່ລະຫລຸ້ນນັ້ນແມ່ນຈະມີວິທີ ແລະ ໄຟລ໌ທີ່ໃຊ້ໃນການຕິດຕັ້ງທີ່ແຕກຕ່າງກັນໄປ ບໍ່ສາມາດໃຊ້ ນໍາກັນໄດ້ຖ້າບໍ່ແມ່ນຫລຸ້ນດຽວກັນ ດັ່ງນັ້ນເຮົາຄວນສຶກສາຂໍ້ມູນໃຫ້ດີໆກ່ອນແລ້ວຈິ່ງລົງມືຕິດຕັ້ງ.



COMMENT