ads

Feb 8, 2014

ວິທີອັບເດດເປັນ Android 4.4 ສຳລັບ Samsung Galaxy ພ້ອມ ລາຍຊື່ຫລຸ້ນທີ່ໄດ້ອັບເປັນ KitKat


ໃຜທີ່ໃຊ້ໂທລະສັບມືຖື Samsung ໂດຍສະເພາະຫລຸ້ນທີ່ກຳລັງນິຍົມສະເປັກສູງຢ່າງ Samsung Galaxy Note 3 ທີ່ກຳ ເລີ່ມປ່ອຍໃຫ້ອັບເດດກັນແລ້ວ ແລະ ຫລຸ້ນອື່ນມີບໍ່? ແນ່ນອນມີຫລາຍຫລຸ້ນ ເບື້້ອງຕົ້ນມີລາຍຊື່ໂທລະສັບມືຖືທີ່ທາງ Samsung ຈະທຳການອັບເດດເປັນ KitKat ແລ້ວເຊິ່ງມື້ນີ້ເຮົາມາເບິ່ງລາຍຊື່ທີ່ຄາດວ່າຈະໄດ້ກິນ KitKat ແດ່ແລະຂັ້ນ ຕອນການອັບເດດ Firmware ໄປສູ່ Android KitKat

ລາຍຊື່ Samsung ທີ່ຄາດວ່າຈະສາມາດອັບເດດເປັນ Android KitKat ມີ ດັ່ງລຸ່ມນີ້:

  • Samsung Galaxy S4
  • Samsung Galaxy S4 Active
  • Samsung Galaxy S4 Zoom
  • Samsung Galaxy Note 8.0
  • Samsung Galaxy Note 3 (ອັບເດດໄດ້ແລ້ວ)
  • Samsung Galaxy Note 2
  • Samsung Galaxy Mega
  • Samsung Galaxy Tab 3 7.0
  • Samsung Galaxy S3
  • Samsung Galaxy S3 Min

ທັງຫມົດນີ້ຍັງບໍ່ຢືນຢັນວ່າທັງ 10 ຫລຸ້ນຈະສາມາດອັບເດດເປັນ Android 4.4 ໄດ້ທັງຫມົດ ແລະ ມີບາງຫລຸ້ນທີ່ກຳ ລັງມາແຮງເຊັ່ນ: Salaxy Grand, Ace 3, Core, Win, Tab2 ທີ່ຄວາມຈິງຫນ້າຈະອັບເດດຕໍ່ໄປ 4.4 ໄດ້ແຕ່ຍັງບໍ່ຕິດ ລາຍຊື່ຂ້າງເທິງນີ້ ຖ້າລຸ້ນນຳກັນວ່າຈະໄດ້ອັບເດດຕໍ່ ຫລື ຖືກລອຍແພ !!!

ຂໍ້ມູນຈາກ: CNET

No comments

Post a Comment